ເຈົ້າໜ້າທີ່ຂັ້ນສູງ ອາເມລິກາ - ສ.ເກົາຫຼີ ປຶກສາຫາລື ວິທີການເຊື່ອມຕໍ່ການເຈລະຈາ ກັບ ພຽງຢາງຄືນໃໝ່
(VOVWORLD) -ກະຊວງການຕ່າງປະເທດ ສ.ເກົາຫຼີ ໄດ້ອອກຖະແຫຼງການໂດຍໃຫ້ຮູ້ວ່າ: ທ່ານ Kritenbrink ແລະ ຄູ່ຮ່ວມຕຳແໜ່ງ ສ.ເກົາຫຼີ ທ່ານ Yeo Seung – bae ໄດ້ “ຢັ້ງຢືນຄືນໃໝ່ວ່າການພົວພັນສຳພັນທະມິດ ລະຫວ່າງ ອາເມລິກາ - ສ.ເກົາຫຼີ ແມ່ນປັດໄຈສຳຄັນຕໍ່ສັນຕິພາບ, ສະຖຽນລະພາບ ຢູ່ອາຊີຕາເວັນອອກສ່ຽງເໜືອ ແລະພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ”.
ວັນທີ 11 ພະຈິກ, ທ່ານ Daniel Kritenbrink ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ອາເມລິກາ ຮັບຜິດຊອບບັນຫາຢູ່ອາຊີຕາເວັນອອກ ແລະ ປາຊີຟິກ ໄດ້ປຶກສາຫາລືກັບເຈົ້າໜ້າທີ່ ສ.ເກົາຫຼີ ກ່ຽວກັບບັນຫາ ສປປ.ເກົາຫຼີ, ສຳພັນທະມິດສອງຝ່າຍ ແລະ ຄວາມມານະພະຍາຍາມລວມເພື່ອແນໃສ່ຮັບປະກັນລັກສະນະແບບຍືນຍົງ ຂອງລະບົບສະໜອງໃນທົ່ວໂລກ.
ກະຊວງການຕ່າງປະເທດ ສ.ເກົາຫຼີ ໄດ້ອອກຖະແຫຼງການໂດຍໃຫ້ຮູ້ວ່າ: ທ່ານ Kritenbrink ແລະ ຄູ່ຮ່ວມຕຳແໜ່ງ ສ.ເກົາຫຼີ ທ່ານ Yeo Seung – bae ໄດ້ “ຢັ້ງຢືນຄືນໃໝ່ວ່າການພົວພັນສຳພັນທະມິດ ລະຫວ່າງ ອາເມລິກາ - ສ.ເກົາຫຼີ ແມ່ນປັດໄຈສຳຄັນຕໍ່ສັນຕິພາບ, ສະຖຽນລະພາບ ຢູ່ອາຊີຕາເວັນອອກສ່ຽງເໜືອ ແລະພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ”. ສອງຝ່າຍກໍ່ເຫັນດີເປັນເອກະພາບເປີດກວ້າງການຮ່ວມມືສອງຝ່າຍ ເພື່ອແນໃສ່ແກ້ໄຂບັນຫາທົ່ວໂລກ ຄື ການປ່ຽນແປງຂອງດິນຟ້າອາກາດ, ການຮັບມືກັບໂລກລະບາດໂຄວິດ - 19 ແລະ ລະບົບສະໜອງ. ເຈົ້າໜ້າທີ່ສອງທ່ານກໍ່ເຫັນດີເປັນເອກະພາບນຳກັນວາ ຄວນ “ຄຸ້ມຄອງສະພາບການຢູ່ ແຫຼມເກົາຫຼີໃຫ້ເປັນປົກກະຕິ” ແລະ ປຶກສາຫາລືກ່ຽວກັບວິທີການທີ່ແຕກຕ່າງ ເພື່ອແນໃສ່ເຊື່ອມຕໍ່ການເຈລະຈາກັບ ພຽງຢາງ ຄືນໃໝ່ໃນໄລຍະໄວທີ່ສຸດ.