ເຊີດ​ຊູ​ຄຸນ​ຄ່າ​ພາ​ສາ​ຫວຽດ​ ຜ່ານ​ການ​ເຄື່ອນ​ໄຫ​ວ​ສອນ​ພາ​ສາຫວຽດ​ໃຫ້​ເດັກ​ນ້ອຍ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ

(VOVWORLD) -ທີ່ການໂອ້ລົມສົນທະນາ, ບັນດາຄູສອນພາສາຫວຽດ ທັງຢູ່ພາຍໃນ ແລະ ຕ່າງປະເທດ ໄດ້ພ້ອມກັບຜູ້ຂຽນຮຽບຮຽງປຶ້ມແລກປ່ຽນ, ແບ່ງປັນບົດຮຽນປະສົບການກ່ຽວກັບການສອນພາສາຫວຽດ ໃຫ້ແກ່ເດັກນ້ອຍ ຫວຽດນາມພວມ ອາໄສຢູ່ຕ່າງປະເທດ, ຜ່ານນັ້ນ ປະກອບສ່ວນເຂົ້າໃນການອະນຸລັກຮັກສາ ແລະ ເຊີດຊູພາສີ ຫວຽດ ໃນປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ. 
ເຊີດ​ຊູ​ຄຸນ​ຄ່າ​ພາ​ສາ​ຫວຽດ​ ຜ່ານ​ການ​ເຄື່ອນ​ໄຫ​ວ​ສອນ​ພາ​ສາຫວຽດ​ໃຫ້​ເດັກ​ນ້ອຍ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ - ảnh 1ປຶ້ມ “ສະບາຍດີ ພາສາຫວຽດ” (ພາບ: TTXVN)

ຕອນບ່າຍວັນທີ 20 ສິງຫາ, ໃນຂອບເຂດ “ຊຸດຝຶກອົບຮົມສອນພາສາຫວຽດ ໃຫ້ແກ່ຄູສອນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ປີ 2022” ໂດຍກະຊວງການຕ່າງປະເທດ ພ້ອມກັບກະຊວງການສຶກສາ ແລະ ບຳລຸງສ້າງ ຫວຽດນາມ ສົມທົບກັນຈັດຕັ້ງນັ້ນ, ສຳນັກພິມຈຳໜ່າຍ ຢ້າວຢຸກຫວຽດນາມ ໄດ້ຈັດຕັ້ງການໂອ້ລົມສົນທະນາ “ວິທີການສອນພາສາຫວຽດ ໃຫ້ແກ່ເດັກນ້ອຍຫວຽດນາມອາໄສຢູ່ຕ່າງປະເທດ”. ນີ້ກໍ່ແມ່ນການເຄື່ອນໄຫວຕອບສະໜອງວັນເຊີດຊູພາສາ ຫວຽດ ຄືວັນທີ 8 ກັນຍາ.

ທີ່ການໂອ້ລົມສົນທະນາ, ບັນດາຄູສອນພາສາຫວຽດ ທັງຢູ່ພາຍໃນ ແລະ ຕ່າງປະເທດ ໄດ້ພ້ອມກັບຜູ້ຂຽນຮຽບຮຽງປຶ້ມແລກປ່ຽນ, ແບ່ງປັນບົດຮຽນປະສົບການກ່ຽວກັບການສອນພາສາຫວຽດ ໃຫ້ແກ່ເດັກນ້ອຍ ຫວຽດນາມພວມ ອາໄສຢູ່ຕ່າງປະເທດ, ຜ່ານນັ້ນ ປະກອບສ່ວນເຂົ້າໃນການອະນຸລັກຮັກສາ ແລະ ເຊີດຊູພາສີ ຫວຽດ ໃນປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ. ຕາມບັນດານັກຊ່ຽວຊານແລ້ວ, ໃນວິວັດການຮຽນພາສາຫວຽດ, ໄລຍະເບື້ອງຕົ້ນແມ່ນໄລຍະຍາກທີ່ສຸດສຳລັບຜູ້ຮຽນໃນເກນອາຍຸຊາວໜຸ່ມ, ເຍົາວະຊົນ. ຕາມທ່ານ ປ.ອ ຫງວຽນຖທ່ານ ປ.ອ ຫງວຽນຖຸຍແອັງ, ຜູ້ຂຽນປຶ້ມ “ສະບາຍດີ ພາສາຫວຽດ”, ສິ່ງທີ່ສຳຄັນທີ່ສຸດເມື່ອສອນພາສາຫວຽດໃຫ້ແກ່ນ້ອງນ້ອຍ ຫວຽດນາມ ຢູ່ຕ່າງປະເທດ ແມ່ນຕ້ອງສ້າງແຫຼ່ງບັນດານໃຈ ເພື່ອດຶງດູດ ຍົກສູງຄວາມຕ້ອງການມະນຸດສຳພັນດ້ວຍພາສາຫວຽດຂອງເດັກ ຜ່ານການເຄື່ອນໄຫວຕ່າງໆຄື: ການລະຫຼິ້ນ, ວັນບຸນ...ຈາກນັ້ນ ພວກນ້ອງນ້ອຍຈະຢາກຊອກຮູ້, ຮຽນຮູ້ ແລະ ນຳໃຊ້ພາສາຫວຽດ ໃນມະນຸດສຳພັນ.

ຕອບກັບ

ຂ່າວ/ບົດ​ອື່ນ