ເຊັນກົດລະບຽບສົມທົບວຽກງານລະຫວ່າງຫ້ອງວ່າການລັດຖະບານແລະ
ຄະນະເສດຖະກິດສູນກາງ
(ພາບ: VGP/Quang Hiếu)
|
(vovworld) – ພິທີເຊັນກົດລະບຽບສົມທົບວຽກງານລະຫວ່າງຫ້ອງວ່າການລັດຖະບານແລະຄະນະເສດຖະກິດສູນກາງ ໄດ້ດຳເນີນໄປໃນວັນທີ 13/1, ຢູ່ຮ່າໂນ້ຍ. ຕາມນັ້ນແລ້ວ, 2 ອົງການສົມທົບກັນປະຕິບັດບັນດາໂຄງການ, ແຜນການປະຕິບັດງານ, ການຊີ້ນຳ, ນຳພາຂອງອົງການ ແລະ ການນຳພັກ, ລັດຖະບານເໝາະສົມກັບບົດບາດໜ້າທີ່, ໜ້າທີ່ຂອງ 2 ຫົວໜ່ວຍ. ເນື້ອໃນສົມທົບກັນມີລັກສະນະລະອຽດ, ແທດຈິງ, ສະແດງໃຫ້ເຫັນຄວາມຮັບຜິດຊອບຂອງແຕ່ລະອົງການ, ຮັບປະກັນຄຸນນະພາບ, ມີປະສິດທິຜົນ, ຕອບສະໜອງຄວາມຮຽກຮ້ອງຕ້ອງການເປັນເສນາທິການ, ຮັບໃຊ້ວຽກງານຊີ້ນຳ, ນຳພາ, ບໍລິຫານຂອງອົງການ ແລະ ການນຳພັກ, ລັດຖະບານ. ກ່າວຄຳເຫັນນະທີ່ນີ້, ທ່ານ ເວືອງດິ່ງເຫ້ວ, ຫົວໜ້າຄະນະເສດຖະກິດສູນກາງ, ຢັ້ງຢືນວ່ານີ້ແມ່ນການເຄື່ອນໄຫວແທດຈິງ, ສ້າງກອບກົດໝາຍສຳຄັນເພື່ອໃຫ້ຄະນະເສດຖະກິດສູນກາງ ແລະ ຫ້ອງວ່າການລັດຖະບານປະຕິບັດໜ້າທີ່ການບໍລິຫານ, ເປັນເສນາທິການ, ສະຫລຸບບັນດາຂົງເຂດເສດຖະກິດ, ສັງຄົມໃຫ້ແກ່ພັກ, ລັດ, ລັດຖະບານ.