ພິທີປະດັບຫລຽນໄຊ,ຫລຽນກາມິດຕະພາບຂອງລັດລາວ
ພາບ:TTXVN
|
(vovworld)- ຕອນບ່າຍວັນທີ 12/5, ຢູ່ນະຄອນ ເຊີນລາ, ໂດຍໄດ້ຮັບການມອບສິດຈາກປະທານປະເທດ ລາວ, ທ່ານສາຍສະໝອນ ຄົມທະວົງ ຮອງເຈົ້າແຂວງໆ ຫຼວງພະບາງ ໄດ້ມອບ ຫຼຽນໄຊ, ຫຼຽນກາມິດຕະພາບຂອງລັດລາວໃຫ້ແກ່ 6 ໝູ່ຄະນະຂອງແຂວງ ເຊີນລາ ນັ້ນແມ່ນ: ຄະນະກຳມະການປະຊາຊົນແຂວງ ເຊີນລາ, ພະແນກສຶກສາ ແລະບຳລຸງສ້າງແຂວງ ເຊີນລາ, ພະແນກພົວພັນຕ່າງປະເທດແຂວງ ເຊີນລາ, ມະຫາວິທະຍາໄລໄຕບັກ(ຕາເວັນຕົກສຽ່ງເຫນືອ), ວິທະຍາໄລເຊີນລາ, ວິທະຍາໄລ ແພດສາດ ເຊີນລາ. ນີ້ແມ່ນບັນດາຫົວຫນ່ວຍ ມີຜົນງານຫລາຍຢ່າງ ຊ່ວຍເຫລືອ ສປປ ລາວ ໃນວຽກງານສຶກສາ ແລະ ບຳລຸງສ້າງ, ຜ່ານການຫນູນຊ່ວຍກໍ່ສ້າງພື້ນຖານດ້ານວັດຖຸໂຮງຮຽນ, ຫ້ອງຮຽນ ແລະ ບຳລຸງສ້າງແຫລ່ງພະນັກງານໃຫ້ແກ່ບັນດາແຂວງພາກເຫນືອຂອງລາວ ດ້ວຍນັກສຶກສາລາວ ຮຽນຈົບ, ພວມຮ່ຳຮຽນ, ຄົ້ນຄ້ວາ ຢູ່ ເຊີນລາ ນັບຮ້ອຍໆຄົນ.