ເຊັນອະນຸມັດໂຄງການຈຸດສຸມແຫ່ງຊາດກ່ຽວກັບການພັດທະນາວິຊາຄະນິດສາດ
(VOVWORLD) -ຮອດປີ 2030, ສູ້ຊົນໃຫ້ມີ 5 ຮາກຖານການສຶກສາມະຫາວິທະຍາໄລໄດ້ຈັດອັນດັບໃນ Top 500 ຂອງໂລກກ່ຽວກັບຂົງເຂດຄະນິດສາດ, ໃນນັ້ນມີຢ່າງໜ້ອຍສຸດແມ່ນ 2 ຮາກຖານໃຫ້ໄດ້ຢູ່ໃນ Top 400,
ພິທີສະຫຼຸບໂຄງການຈຸດສຸມແຫ່ງຊາດກ່ຽວກັບການພັດທະນາຄະນິດ ສາດໄລຍະ 2021 – 2030”
(ພາບ: TTXVN)
|
ທ່ານນາຍົກລັດຖະມົນຕີຫາກໍ່ໃຫ້ເຊັນອະນຸມັດ“ໂຄງການຈຸດສຸມແຫ່ງຊາດກ່ຽວກັບການພັດທະນາຄະນິດ ສາດໄລຍະ 2021 – 2030” ດ້ວຍເປົ້າໝາຍລວມແມ່ນ ນຳວິຊາຄະນິດສາດກາຍເປັນສ່ວນໜຶ່ງໃນການພັດທະນາລວມຂອງວິທະຍາສາດ, ເຕັກໂນໂລຢີ ແລະ ເສດຖະກິດ - ສັງຄົມ, ຍົກສູງທີ່ຕັ້ງວິຊາຄະນິດສາດຫວຽດນາມໃນພາກພື້ນ ແລະ ໂລກ.
ລະອຽດແມ່ນ, ຮອດປີ 2030, ສູ້ຊົນໃຫ້ມີ 5 ຮາກຖານການສຶກສາມະຫາວິທະຍາໄລໄດ້ຈັດອັນດັບໃນ Top 500 ຂອງໂລກກ່ຽວກັບຂົງເຂດຄະນິດສາດ, ໃນນັ້ນມີຢ່າງໜ້ອຍສຸດແມ່ນ 2 ຮາກຖານໃຫ້ໄດ້ຢູ່ໃນ Top 400, ສູ້ຊົນເພື່ອໃຫ້ເພີ່ມຂຶ້ນທົບ 2ເທົ່າຈຳນວນຮາກຖານໄດ້ຮັບການປະກາດໃນວາລະສານຊຶ່ງນອນໃນບັນຊີລາຍຊື່ວາລະສານທີ່ມີອິດທິພົນຊື່ສຽງໃນໂລກ (ວາລະສານ SCIE) ເມື່ອທຽບໃສ່ກັບໄລຍະ 2010 – 2020…