ເຊື່ອມຕໍ່ກັບອົງການຕາງໜ້າການທູດຂອງ ຫວຽດນາມ ປະຈຳ ຕ່າງປະເທດ ເພື່ອໂຄສະນາ, ດຶງດູດແຂກທ່ອງທ່ຽວສາກົນ
(VOVWORLD) -ກະຊວງການຕ່າງປະເທດ ພ້ອມກັບສະຖານທູດ, ອົງການຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ ຈະຮ່ວມເດີນທາງ, ຕັ້ງໜ້າໜູນຊ່ວຍກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ປະຕິບັດການເປີດປະຕູການທ່ອງທ່ຽວສາກົນຄືນໃໝ່.
ກອງປະຊຸມທາງໄກ ກັບບັນດາອົງການຕາງໜ້າການທູດ ຫວຽດນາມ ປະຈຳ ຢູ່ຕ່າງປະເທດ (ພາບ: vietnamtourism.gov.vn) |
ວັນທີ 6 ຕຸລາ, ທ່ານຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ດວ່ານວັນຫວຽດ ພ້ອມດ້ວຍທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໂຕແອັງຢຸງ ໄດ້ເປັນປະທານຮ່ວມກອງປະຊຸມທາງໄກ ກັບບັນດາອົງການຕາງໜ້າການທູດ ຫວຽດນາມ ປະຈຳ ຢູ່ຕ່າງປະເທດກ່ຽວກັບການເພີ່ມທະວີການສົມທົບໂຄສະນາການທ່ອງທ່ຽວ ຫວຽດນາມ ຢູ່ຕະຫຼາດຈຸດສຸມແຫ່ງຕ່າງໆ. ສອງຝ່າຍໄດ້ແລກປ່ຽນ, ແບ່ງປັນຂໍ້ມູນກ່ຽວກັບແຜນການທົດລອງຮັບແຂກທ່ອງທ່ຽວສາກົນມາທ່ຽວຢູ່ ຝູກວັກ (ກຽນຢາງ), ວຽກງານການສື່ສານ, ສົ່ງເສີມການທ່ອງທ່ຽວ ຫວຽດນາມ, ເຊື່ອມຕໍ່ວິສາຫະກິດ, ກະກຽມເປີດປະຕູຕະຫຼາດທ່ອງທ່ຽວສາກົນທັງໝົດ.
ກະຊວງການຕ່າງປະເທດ ພ້ອມກັບສະຖານທູດ, ອົງການຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ ຈະຮ່ວມເດີນທາງ, ຕັ້ງໜ້າໜູນຊ່ວຍກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ປະຕິບັດການເປີດປະຕູການທ່ອງທ່ຽວສາກົນຄືນໃໝ່.
ທີ່ກອງປະຊຸມ, ເອກອັກຄະລັດຖະທູດ, ຜູ້ຕາງໜ້າບັນດາອົງການການທູດ ຫວຽດນາມ ປະຈຳບັນດາປະເທດ ໄດ້ແບ່ງປັນຂໍ້ມູນທີ່ເປັນປະໂຫຍດຫຼາຍຢ່າງກ່ຽວກັບຄວາມຕ້ອງການໄປທ່ອງທ່ຽວຂອງປະຊາຊົນຢູ່ບັນດາປະເທດ; ສະພາບການສັກວັກຊິນກັນພະຍາດໂຄວິດ - 19 ກໍຄືສະເໜີຜະລິດຕະພັນ, ການເຄື່ອນໄຫວທີ່ຈຳເປັນເພື່ອຕ້ອນຮັບແຂກທ່ອງທ່ອງສາກົນຄືນໃໝ່.