ເຊື່ອມຕໍ່ວັດທະນະທຳ-ສີວິໄລ ອິນເດຍ - ອາຊຽນ

(VOVWORLD) -ກອງປະຊຸມສຳມະນາວິທະຍາສາດສາກົນ “ເຊື່ອມຕໍ່ວັດທະນະທຳ - ສີວິໄລ ອິນເດຍ - ອາຊຽນ” ເພື່ອແນໃສ່ປະກອບສ່ວນຊຸກຍູ້ການເຄື່ອນໄຫວດ້ານການທູດວັດທະນະທຳ ອິນເດຍ - ອາຊຽນ
ເຊື່ອມຕໍ່ວັດທະນະທຳ-ສີວິໄລ ອິນເດຍ - ອາຊຽນ - ảnh 1ທີ່ກອງປະຊຸມສຳມະນາວິທະຍາສາດສາກົນ
(ພາບ: nhandan.vn)

ວັນທີ 07 ຕຸລາ, ສະຖາບັນຄົ້ນຄວ້າ ອິນເດຍ ແລະ ອາຊີຕາເວັນຕົກສຽງໃຕ້ (VIISAS) ຂຶ້ນກັບສະຖາບັນວິທະຍາສາດສັງຄົມ ຫວຽດນາມ ໄດ້ສົມທົບກັບ ສູນຄົ້ນຄວ້າ ອິນເດຍ - ອາຊຽນ (AIC) ຂຶ້ນກັບສະຖາບັນຂໍ້ມູນຂ່າວສານ ແລະ ຄົ້ນຄວ້າບັນດາປະເທດພວມພັດທະນາ (RIS) ຈັດກອງປະຊຸມສຳມະນາວິທະຍາສາດສາກົນ “ເຊື່ອມຕໍ່ວັດທະນະທຳ - ສີວິໄລ ອິນເດຍ - ອາຊຽນ” ເພື່ອແນໃສ່ປະກອບສ່ວນຊຸກຍູ້ການເຄື່ອນໄຫວດ້ານການທູດວັດທະນະທຳ ອິນເດຍ - ອາຊຽນ, ປັບປຸງການພົວພັນລະຫວ່າງ 2 ພາກພື້ນກວ່າອີກ. ກອງປະຊຸມສຳມະນາດຳເນີນຮອດວັນທີ 08 ຕຸລາ ຢູ່ຮ່າໂນ້ຍ ແບບທາງໄກ ສົມທົບກັບການເຂົ້າຮ່ວມໂດຍກົງ.

        ທີ່ກອງປະຊຸມສຳມະນາ, ບັນດານັກຊ່ຽວຊານມາຈາກ ອິນເດຍ ແລະ ອາຊຽນ ໄດ້ສຸມໃສ່ປຶກສາຫາລືບັນດາເນື້ອໃນຕົ້ນຕໍຄື: ບັນດາແງ່ມູມທີ່ແຕກຕ່າງກັນຂອງການເຊື່ອມຕໍ່ວັດທະນະທຳ - ສີວິໄລ ອິນເດຍ - ອາຊຽນ; ການຄຸ້ມຄອງລັດກ່ຽວກັບການເຊື່ອມຕໍ່ວັດທະນະທຳ - ສີວິໄລ ກໍ່ຄືວິທີການແກ້ໄຂຢ່າງສັນຕິພາບເພື່ອຄຸ້ມຄອງການປະທະກັນ ແລະ ການຮ່ວມມືດ້ານເສດຖະກິດ ແນໃສ່ບັນລຸໄດ້ວິທີການແກ້ໄຂລວມ. ນອກຈາກນັ້ນ, ບັນດາຜູ້ແທນກໍ່ແລກປ່ຽນບັນດາບັນຫາພຶດຕິກຳຕົວຈິງຄື: ການພັດທະນາການຮ່ວມສຳພັນນີ້ເມື່ອມີການເຄື່ອນໄຫວພົບປະແລກປ່ຽນປະຊາຊົນຖືກຢຸດສະງັກສ່ວນໃດສ່ວນໜຶ່ງຍ້ອນໂລກລະບາດໂຄວິດ-19; ສ້າງລາຍການເຄື່ອນໄຫວ, ແຜນການຈັດຕັ້ງເຫດການແລກປ່ຽນວັດທະນະທຳ, ການພັດທະນາລາຍການກໍ່ສ້າງ 2 ຝ່າຍໃຫ້ສົມບູນແບບ.

ຕອບກັບ

ຂ່າວ/ບົດ​ອື່ນ