ເດນມາກ ແລະ ຊູແອັດ ຊອກຫາວິທີສະກັດກັ້ນບັນດາການກະທຳລົບຫຼູ່ຄຳພີ Koran
(VOVWORLD) - ວັນທີ 25 ສິງຫາ, ລັດຖະບານ ເດນມາກ ໃຫ້ຮູ້ວ່າ ຈະຍື່ນສະເໜີຮ່າງກົດໝາຍສະບັບໜຶ່ງຕໍ່ສະພາແຫ່ງຊາດປະເທດນີ້ ໃນນັ້ນ ໄດ້ກຳນົດການກະທຳຈູດເຜົາຄຳພີ Koran ຢູ່ສະຖານທີ່ສາທາລະນະແມ່ນການລະເມີດກົດໝາຍ.
ການແຫ່ຂະບວນປະທ້ວງຢູ່ Sadr City, ອີຣັກ ໃນວັນທີ 21/7/2023, ຄັດຄ້ານການກະທຳຈູດເຜົາຄຳພີ Koran ຢູ່ ເດນມາກ (ພາບ: AFP/TTXVN) |
ໃນຂະນະນັ້ນ, ຊູແອັດ ໃຫ້ຮູ້ວ່າ ປະເທດນີ້ ກໍພວມຄົ້ນຄວ້າ, ຊອກຫາແບບວິທີເພື່ອຈັດວາງຂໍ້ກຳນົດຕ່າງໆສຳລັບການກະທຳລົບຫຼູ່ຄຳພີ Koran.
ຫວ່າງມໍ່ໆມານີ້, ຢູ່ ເດນມາກ ກໍຄື ຊູແອັດ ໄດ້ເກີດມີຫຼາຍການກະທຳຈູດເຜົາຄຳພີ ຫຼື ແຕະຕ້ອງເຖິງຄຳພີ Koran, ອັນໄດ້ເຮັດໃຫ້ເກີດກະແສຕຳນິວິຈານຢ່າງຮຸນແຮງຈາກປະຊາຄົມຊາວມຸດສະລິມໃນທົ່ວໂລກ. ບັນດາປະເທດ ອິດສະລາມ ໄດ້ຮຽກຮ້ອງໃຫ້ສອງປະເທດດັ່ງກ່າວ ຕ້ອງມີມາດຕະການສະກັດກັ້ນບັນດາການກະທຳຫຍໍ້ທໍ້ນີ້.