ເຕິກກີຈັບຕົວຊາວຕ່າງປະເທດ8ຄົນທີ່ສົງໄສວ່າເປັນສະມາຊິກຂອງກຸ່ມIS
ກຳລັງປ້ອງກັນຄວາມສະຫົງບ ເຕິກກີ
(ພາບ:REUTERS)
(vovworld) - ວັນທີ 21/3, ກຳລັງປ້ອງກັນຄວາມສະຫົງບ ເຕິກກີໄດ້ຈັບຕົວຊາວຕ່າງປະເທດ 8 ຄົນທີ່ຖືກສົງໄສວ່າ ເປັນສະມາຊິກຂອງອົງການກໍ່ການຮ້າຍແຫ່ງລັດອິດສະລາມ (IS). ວົງການເຈົ້າໜ້າທີ່ ເຕິກກີ ໃຫ້ຮູ້ວ່າ, ໃນຈຳນວນ 8 ຄົນດັ່ງກ່າວ ມີ 3 ຄົນຖືກຈັບຕົວຢູ່ເທດສະບານເຂດຊາຍແດນ Hatay ເມື່ອກຳລັງເຂົ້າ ຊີຣີຢ່າງຜິດກົດໝາຍໃນວັນທີ 20/3.
ໃນວັນດຽວກັນ, ສຳນັກຂ່າວສານ Dogan ໃຫ້ຮູ້ວ່າ, ຜູ້ຖືກສົງໄສອີກ 2 ຄົນ ແມ່ນຖືກຈັບຕົວຢູ່ປ້ອມກວດກາຊາຍແດນ Ermis, ແຂວງ Gaziantep. ກ່ອນນັ້ນ, ມີ 3 ຄົນຖືກຈັບຕົວຢູ່ເທດສສະບານ Kilis ໃນວັນທີ 18/3. ບັນດາເຫດຈັບຕົວນີ້ແມ່ນດຳເນີນໃນສະພາບການທີ່ກຳລັງປ້ອງກັນຄວາມສະຫງົບ ເຕິກກີ ພວມຖືກຈັດວາງໃນສະຖານະການເຕືອນໄພສູງ ເພື່ອກວາດລ້າງບັນດາພາກສ່ວນໃນກຸ່ມ IS.