ເທື່ອທຽນ-ເຫ້ວໄຂງານບຸນວັດທະນະທຳກິລາ,ວັດທະນະທຳແລະທ່ອງທ່ຽວປີ2015
ພິທີໄຂງານບຸນ ວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ເທື່ອທຽນ - ເຫ້ວ ປີ 2015
(ພາບ: nhandan.com.vn)
|
(vovworld) – ພິທີໄຂງານບຸນ ວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ເທື່ອທຽນ - ເຫ້ວ ປີ 2015 ຖືກຈັດຂຶ້ນໃນຕອນບ່າຍວັນທີ 31/1. ເປີດສາກພິທີແມ່ນການເຄື່ອນໄຫວສະແດງຕາມຖະໜົນດ້ວຍການເຂົ້າຮ່ວມຂອງເກືອບ 1.000 ຄົນໄປຜ່ານບັນດາຖະໜົນສາຍໃຫຍ່. ຈາກນັ້ນແມ່ນບັນດາລາຍການຟ້ອນລຳທຳເພງ, ສະແດງອາພອນສະໄໝ “ເຫ້ວຜ່ານໄລຍະຕ່າງໆ” ຖືກຈັດຂຶ້ນໃນຄຳ່ຄືນວັນທີ 31/1 ແລະ 1/2. ຄະນະຈັດຕັ້ງຍັງວາດພາບຮູບພາບເຂດບ້ານນາຫຍໍ້ເຂົ້າເພື່ອສ້າງຈຸດທີ່ພົ້ນເດັ່ນໃຫ້ລາຍການ. ທ່ານ ຟານຕ໋ຽນຢຸ້ງ, ຫົວໜ້າພະແນກວັດທະນະທຳ ກິລາ ແລະ ທ່ອງທ່ຽວແຂວງ ເທື່ອທຽນ - ເຫ້ວ, ໃຫ້ຮູ້ວ່າ:
“ນີ້ແມ່ນລາຍການໂຄສະນາການທ່ອງທ່ຽວໃຫ້ແກ່ແຂວງ ເທື່ອທຽນ - ເຫ້ວ ດ້ວຍການແນະນຳບັນດາຮູບການທ່ອງທ່ຽວ, ບັນດາອາຊີບຫັດຖະກຳທີ່ເປັນມູນເຊື້ອ ແລະ ບັນດາລາຍການອາຫານການກິນ, ບາງຮູບການກ່ຽວກັບງານບຸນປະເພນີ. ໃນລາຍການຈະມາເຖິງ, ພ້ອມກັບການທ່ອງທ່ຽວມໍລະດົກແລ້ວ, ເທື່ອທຽນ - ເຫ້ວ ພວມສຸມໃສ່ຂຸດຄົ້ນຄວາມສາມາດບົ່ມຊ້ອນຂອງເຂດບຶງຕາມຢາງ - ເກົາຮາຍ. ຖືນີ້ແມ່ນບຸກທະລຸໃນການພັດທະນາຂອງທ່ອງທ່ຽວແຂວງ ເທື່ອທຽນ - ເຫ້ວ.”