ເປີດຄ້າຍພັກແລ້ງຫວຽດນາມ2016
ພິທີເປີດຄ້າຍພັກແລ້ງ ຫວຽດນາມ ປີ 2016
(ພາບ: daidoanket)
(vovworld) - ຕອນຄ່ຳວັນທີ 12/07 ຢູ່ຮ່າໂນ້ຍ, ຄະນະກຳມະການແຫ່ງລັດກ່ຽວກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ (ກະຊວງການຕ່າງປະເທດ) ຈັດຕັ້ງພິທີເປີດຄ້າຍພັກແລ້ງ ຫວຽດນາມ ປີ 2016 ດ້ວຍຫົວຂໍ້ວ່າ: “ໄວໜຸ່ມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດກັບມໍລະດົກວັດທະນະທຳຊົນເຜົ່າ”. ນີ້ແມ່ນຄ້າຍພັກແລ້ງທີ່ສະຫງວນໃຫ້ຊາວໜຸ່ມ, ນັກສຶກສາ ຫວຽດນາມ ຢູ່ຕ່າງປະເທດທີ່ມີຜົນງານດີເດັ່ນໃນການຮ່ຳຮຽນ ແລະ ຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວຂອງປະຊາຄົມ. ຊາວໜຸ່ມ, ນັກສຶກສາຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ 110 ຄົນເຊິ່ງມາຈາກ 24 ປະເທດ ແລະ ເຂດແຄ້ວນໃນທົ່ວໂລກເຂົ້າຮ່ວມຄ້າຍພັກແລ້ງ ຫວຽດນາມ ປີ 2016.
ກ່າວຄຳເຫັນນະທີ່ນີ້, ຮອງຫົວໜ້າຜູ້ປະຈຳການຄະນະກຳມະການແຫ່ງລັດກ່ຽວກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ດັ້ງເທຮຸ່ງ ເນັ້ນໜັກວ່າ: ລາຍການຄ້າຍພັກແລ້ງ ຫວຽດນາມ ປີ 2016 ຊຶ່ງແມ່ນໂອກາດເພື່ອໃຫ້ພາວນ້ອງຄົ້ນຫາບັນດາທັດສະນີຍະພາບ, ມໍລະດົກວັດທະນະທຳ ທຳມະຊາດບໍ່ມີຮູບຮ່າງ ແລະ ມີຮູບຮ່າງ; ຈາກນັ້ນ ເຂົ້າໃຈກ່ຽວກັບປະເທດຊາດ ແລະ ຊາວ ຫວຽດນາມ ຢ່າງເລິກເຊິ່ງກ່ວາ ແລະ ການຕໍ່ສູ້ຢ່າງພິລະອາດຫານຂອງບັນດາລຸ້ນຄົນ ຫວຽດນາມ ເພື່ອຍາດເອົາເອກະລາດ, ປົກປັກຮັກສາປະເທດຊາດ. ຜ່ານນັ້ນ, ລາຍການກໍ່ປະກອບສ່ວນຍົກສູງສະຕິຄວາມຮັບຜິດຊອບຂອງຊາວໜຸ່ມ ຫວຽດນາມ ທີ່ອາໄສຢູ່ຕ່າງປະເທດ ສຳລັບເລື່ອງໂຄສະນາເຜີຍແຜ່ວັດທະນະທຳ, ປະຫວັດສາດ, ປະເທດຊາດ ແລະ ຊາວ ຫວຽດນາມ ເຖິງປະຊາຄົມສາກົນ ແລະ ຮັກສາ, ອະນຸລັກຮັກສາມູນເຊື້ອວັດທະນະທຳ, ສີສັນຂອງຊາດໃນໝູ່ປະຊາຊົນ ຫວຽດນາມ ຢູ່ຕ່າງປະເທດ.