ເປີດງານຕະຫຼາດນັດການຄ້າຫວຽດ-ລາວປີ2016

ເປີດງານຕະຫຼາດນັດການຄ້າຫວຽດ-ລາວປີ2016 - ảnh 1
ເປີດງານຕະຫຼາດນັດການຄ້າຫວຽດ-ລາວປີ2016

(vovworld)- ​ຕອນ​ບ່າຍ​ວັນ​ທີ 7/7 ຢູ່​ນະ​ຄອນຫຼວງວຽງ​ຈັນ, ກະ​ຊວງ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ຫວຽດ​ນາມ ສົມ​ທົບ​ກັບ ກະ​ຊວງ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ລາວ ເປີດ​ຕະຫຼາດ​ນັດ​ການ​ຄ້າ​ຫວຽດ-ລາວ ປີ 2016 ໂດຍ​ມີການ​ເຂົ້າ​ຮ່ວມ​ຂອງ ​ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ແລະ ລາວ​ຈຳ​ນວນຫຼວງຫຼາຍ. ງານ​ຕະຫຼາດ​ນັດ​ປີນີ້​ດຶງ​ດູດ  ວິ​ສາ​ຫິ​ກິ​ດ 200 ກວ່າແຫ່ງ ລົງ​ທະ​ບຽນເຂົ້າ​ຮ່ວມ ດ້ວຍ​ປະ​ມານ 400 ຮ້ານ​ວາງສະ​ແດງສິນ​ຄ້າ, ໃນ​ນັ້ນ​ ຫວຽດ​ນາມ ມີ 120 ຮ້ານ ບັນ​ລຸມາດ​ຕະ​ຖານ​ຂອງ 98 ວິ​ສາ​ຫະ​ກິດທີ່​ມີ​ຄຸ​ນນະ​ພາບ, ເຄື່ອງ​ໝາຍ​ການ​ຄ້າ ແລະ ​ມີອິດ​ທິ​ພົນ​ຊື່​ສຽງ; ວາງ​ສະ​ແດງ​​ຕົ້​ນ​ຕໍ​ແມ່ນບັນ​ດາ​ຜະ​ລິດ​ຕະ​ພັນ​ການ​ຢາ ແລະ ອຸ​ປະ​ກອນ​ການ​ແພດ, ເຄື່ອງ​ຈັກ​ອຸດ​ສາ​ຫະ​ກຳ, ການກໍ່​ສ້າງ ແລະ ວັດ​ສະ​ດຸກໍ່​ສ້າງ, ​ກະ​ສິ​ກຳປ່າ​ໄມ້, ​ສິນ​ໃນ​ນ້ຳ ແລະ ສິນ​ທະ​ເລ ແລະ ອາ​ຫານ​ປຸງ​ແຕ່ງ… ກ່າວ​ຄວາມ​ເຫັນ​ທີ່​ພິ​ທີ​ເປີດ, ​ທ່ານ ຫງວຽນ​ເກີ່ມ​ຕູ໋ ຮອງ​ລັດ​ຖະ​ມົນ​ຕີ​​ກະ​ຊວງອຸດ​ສາ​ຫະ​ກຳ​ການ​ຄ້າຫວຽດ​ນາມ ໃຫ້​ຮູ້​ວ່າ ເປົ້າ​ໝາຍ​ ຂອງ​ງານ​ຕະຫຼາດ​ນັດ ຫວຽດ-ລາວ ປີ 2016 ແມ່ນ​ເພື່ອ​ປະ​ຕິ​ບັດ​ຄຳ​ໝັ້ນ​ສັນ​ຍາ​ເຊື່ອມ​ໂຍງ​​ເຂົ້າ​ກັ​ບເສດ​ຖະ​ກິດ​ສາ​ກົນ ຂອງ​ລັດ​ຖະ​ບານ​ຫວຽດ​ນາມ; ຊຸກ​ຍູ້​ການ​ສົ່ງ​ອອກ, ເປີດກວ້າງ​ເຄືອ​ຂ່າຍ​ຈຳ​ໜ່າຍ​ສິນ​ຄ້າຂອງ​ຫວຽດ​ນາມ ເຂົ້າ​ຕະຫຼາດລາວ ແລະ ເຂດພາກ​ອີ​ສານ​ໄທ; ສ້າງ​ສິ່ງ​ແວດ​ລ້ອມ​ເພື່ອ​ແນະ​ນຳ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ທ່າ​ແຮງ​ຂອງວິ​ສາ​ຫະ​ກິດ ໃນ​ບັນ​ດາ​ຂະ​ແໜງ​ເສດ​ຖະ​ກິດ​ຂອງ​ຫວຽດ​ນາມ…

       ໃນ​​ບົດ​ກ່າວ​ຄວາ​ມ​ເຫັນ, ທ່ານ ສົມ​ຈິດ ອິນ​ທະ​ມິດ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ-​ການ​ຄ້າ​ລາວ ເນັ້ນ​ໜັກ​ວ່າ:


ຂ່າວ/ບົດ​ອື່ນ