(vovworld) - ຕອນເຊົ້າວັນທີ 8/10, ຢູ່ສູນງານຕະຫຼາດນັດວາງສະແດງໄຊງ່ອນ (SECC), ສູນສົ່ງເສີມການຄ້າ ແລະ ການລົງທຶນນະຄອນ ໂຮ່ຈີມິນ ສົມທົບກັບອົງການສົ່ງເສີມການຄ້າຍີ່ປຸ່ນ ແລະ ບໍລິສັດ Reed Tradex ເປີດງານວາງສະແດງ 4 ຄັ້ງ ທີ່ກ່ຽວຂ້ອງເຖິງອຸດສາຫະກຳສຳຮອງ. ຜ່ານງານວາງສະແດງນີ້, ວິສາຫະກິດຂອງຫວຽດນາມ, ຍີ່ປຸ່ນ ແລະ ບັນດາປະເທດອື່ນໆຈະມີເງື່ອນໄຂແລກປ່ຽນ, ຊອກຫາທິດທາງຮ່ວມມືລົງທຶນທຳການຜະລິດ ເພື່ອຍົກສູງອັດຕາສ່ວນອຸດສາຫະກຳສຳຮອງຢູ່ຫວຽດນາມ. ທ່ານ ດັ້ງງອກກວີ໋, ຜູ້ອຳນວຍການດຳເນີນທຸລະກິດ ບໍລິສັດເຕັກໂນໂລຢີ ນາມທ໋າຍເຊີນ ຈຳກັດ, ໃຫ້ຮູ້ວ່າ:
“ເຄື່ອງໝາຍການຄ້າຫວຽດນາມ ໄດ້ຮັບການຮັບຮອງຈາກຕະຫຼາດໂລກເທື່ອລະກ້າວ. ຕົວຢ່າງຄືເມື່ອເຫັນເຄື່ອງຈັກຂອງຫວຽດນາມ ເຄື່ອນໄຫວໄດ້ດີ, ນັກທຸລະກິດໄທ ກໍ່ຮູ້ສຶກແປກປະຫຼາດ ແລະ ນິຍົມຫຼາຍ. ຂ້າພະເຈົ້າເຫັນວ່າ, ຜ່ານງານວາງສະແດງຄືດັ່ງກ່າວ, ຕະຫຼາດພາຍໃນ ແລະ ຕ່າງປະເທດຈະຮູ້ຈັກເຖິງຜະລິດຕະພັນຂອງຫວຽດນາມ“.