ເປີດງານວາງສະແດງ “65 ປີ ແຫ່ງການພົວພັນ ມິດຕະພາບຫວຽດນາມ - ສະຫະພັນລັດເຊຍ“

ເປີດງານວາງສະແດງ “65 ປີ ແຫ່ງການພົວພັນ ມິດຕະພາບຫວຽດນາມ - ສະຫະພັນລັດເຊຍ“ - ảnh 1
​​ງານ​ວາງສະ​ແດງ “65 ປີ ​ແຫ່ງ​ການ​ພົວພັນ​ມິດຕະພາບ
​ຫວຽດນາມ - ສະຫະພັນ​ລັດ​ເຊຍ“
(ພາບ: voh.com.vn)

(vovworld) - ​​ງານ​ວາງສະ​ແດງ “65 ປີ ​ແຫ່ງ​ການ​ພົວພັນ​ມິດຕະພາບ​ຫວຽດນາມ - ສະຫະພັນ​ລັດ​ເຊຍ“ ຖືກ​ໄຂ​ຂຶ້ນ​ຢູ່​ນະຄອນ​ໂຮ່ຈີ​ມິນ, ​ໃນຕອນເຊົ້າວັນທີ 12/02, ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 65 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ສອງ​ປະ​ເທດ (30/1/1950-30/1/2015). ດ້ວຍ​ຮູບ​ພາບ, ​ເອກະສານ 120 ຢ່າງ, ງານ​ວາງສະ​ແດງ​​ໄດ້ແນະນຳ​​ເຖິງການ​ເຄື່ອນ​ໄຫວ​ຂອງ​ປະທານ​ໂຮ່ຈີ​ມິນ ​ໃນ​ການ​ປັບປຸງ ​ແລະ ພັດທະນາ​ນຳ້​ໃຈ​ມິດຕະພາບ​ຫວຽດນາມ - ​ໂຊ​ວຽດ​ໃນ​ບັນດາ​ໄລຍະ​ປະຕິວັດ. ຜ່ານ​ນັ້ນ​ເວົ້າ​ເຖິງ​ການ​ຊ່ວຍ​ເຫຼືອ​ທີ່​ມີ​ປະສິດທິ​ຜົນ​ຂອງ​ລັດ ​ແລະ ປະຊາຊົນ​ໂຊ​ວຽດ​ໃນ​ເມື່ອ​ກ່ອນ ​ແລະ ສະຫະພັນ​ລັດ​ເຊຍ​ໃນ​ປະຈຸ​ບັນ ​ໃນ​ພາລະກິດ​ຕໍ່ສູ້​ປົດ​ປ່ອຍ​ຊາດ, ກໍ່​ຄື​ໃນ​ກິດຈະການ​ສ້າງສາ ​ແລະ ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ຫວຽດນາມ. ທີ່​ພິທີ, ທ່ານ Alexey Popov, ຫົວໜ້າ​ສະຖານກົງສູນ​ສະຫະພັນ​ລັດ​ເຊຍ​ຢູ່​ນະຄອນ​ໂຮ່ຈີ​ມິນ, ຢືນຢັນ​ວ່າ:

        “ຂ້າພະ​ເຈົ້າ​ຮູ້ສຶກ​ພາກພູມ​ໃຈ​ເມື່ອ​ເຫັນ​ວ່າ, ປະຈຸ​ບັນ, ການ​ຮ່ວມ​ມື​ສອງ​ຝ່າຍ​ລັດ​ເຊຍ - ຫວຽດນາມ ສືບ​ຕໍ່​ໄດ້​ຮັບ​ການ​ປັບປຸງ, ການ​ເຈລະຈາ​ຂັ້ນ​ສູງດ້ານ​ການ​ເມືອງ​ໄດ້​ຮັບ​ການ​ຮັກສາ​ໄວ້. ສອງ​ປະ​ເທດ​ພວມ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ເວທີ​ສາກົນ; ການ​ແລກປ່ຽນ​ດ້ານ​ການ​ຄ້າ​ເພີ່ມ​ຂຶ້ນ​ຢ່າງ​ແຮງ. ບັນດາ​ໂຄງການ​ໃຫຍ່, ສຳຄັນ​ໃນ​ຂົງ​ເຂດ​ຕ່າງໆ​ພວມ​ໄດ້​ຮັບ​ການ​ປະຕິບັດ. ​ເບິ່ງ​ລວມ​ແລ້ວ, ລັດ​ເຊຍ ​ແລະ ຫວຽດນາມ ​ແມ່ນຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງຮອບດ້ານ, ພວມ​ກ້າວ​ໄປ​ເຖິງ​ການ​ຮ່ວມ​ມື​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດຢ່າງ​ໝັ້ນຄົງ“

ຂ່າວ/ບົດ​ອື່ນ