ເປີດຕົວປື້ມ “ຫວຽດນາມ - ຄວາມຄາດຫວັງຢາກມີສັນຕິພາບ”

(VOVWORLD) -ຕອນບ່າຍວັນທີ 05 ກັນຍາ, ຢູ່ຮ່າໂນ້ຍ, ຄະນະກຳມະການສັນຕິພາບຫວຽດນາມ (ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫຽດນາມ) ໄດ້ຈັດພິທີເປີດຕົວປື້ມ “ຫວຽດນາມ - ຄວາມຄວາມຫວັງຢາກມີສັນຕິພາບ”.

ເປີດຕົວປື້ມ “ຫວຽດນາມ - ຄວາມຄາດຫວັງຢາກມີສັນຕິພາບ” - ảnh 1 ເປີດຕົວປື້ມ “ຫວຽດນາມ - ຄວາມຄາດຫວັງຢາກມີສັນຕິພາບ”

(ພາບ: TTXVN)

ກ່າວຄຳເຫັນທີ່ພິທີ, ທ່ານຮອງປະທານສະພາແຫ່ງຊາດ, ປະທານຄະນະກຳມະການສັນຕິພາບຫວຽດນາມ ອວງຈູລິວ ເນັ້ນໜັກວ່າ: ສັນຕິພາບແມ່ນຄວາມໄຝຝັນທີ່ສັກກະລະບູຊາທີ່ສຸດຂອງມວນມະນຸດ. ສຳລັບຫວຽດນາມ, ເຊິ່ງແມ່ນປະເທດໄດ້ຜ່ານຜ່າສົງຄາມຕໍ່ສູ້ເພື່ອປົກປັກຮັກສາປະເທດຊາດ, ສັນຕິພາບຍິ່ງມີຄວາມໝາຍກວ່າ. ຍິ່ງກວ່າໃຜໝົດ, ປະຊາຊົນຫວຽດນາມ ຍາມໃດກໍ່ມີຄວາມຄາດຫວັງ ແລະ ມີຄວາມເຂົ້າໃຈແຈ້ງຄຸນຄ່າສັນຕິພາບ. ສັນຕິພາບໄດ້ກາຍເປັນວີຖີຊີວິດຂອງຊາວຫວຽດນາມ ແຕ່ລະຄົນ ແລະ ຫຼາຍລຸ້ນຄົນໄດ້ເສຍສະຫຼະຊີວິດ, ເລືອດເນື້ອເພື່ອປົກປັກຮັກສາສັນຕິພາບ ແລະ ເອກະລາດຂອງຊາດ.

        ປື້ມ “ຫວຽດນາມ - ຄວາມຄາດຫວັງຢາກມີສັນຕິພາບ” ໂດຍໂຮງພິມການເມືອງແຫ່ງຊາດພິມຈຳໜ່າຍ ລວມມີ 300 ໜ້າ. ນີ້ແມ່ນປື້ມເຕົ້າໂຮມບັນດາບົດຂຽນຈາກຫຼາຍແງ່ມູນທາງດ້ານທິດສະດີ, ການເມືອງ, ປະຫວັດສາດ, ເສດຖະກິດ ຂອງຜູ້ຂຽນຫຼາຍຄົນທີ່ເຄີຍຕິດພັນກັບການເຄື່ອນໄຫວຂອງຄະນະກຳມະການສັນຕິພາບຫວຽດນາມ ພ້ອມກັບເອກະສານຫວຽດນາມ ແລະ ໂລກບາງສະບັບ.

ຕອບກັບ

ຂ່າວ/ບົດ​ອື່ນ