ເປີດສະຫຼອງສູນບໍລິຫານອັດສະລິຍະຢູ່ແຂວງຝູເທາະ
(VOVWORLD) -ວັນທີ 30 ສິງຫາ, ແຂວງຝູເທາະ ໄດ້ສົມທົບກັບກຸ່ມບໍລິສັດ ໄປສະນີ, ໂທລະຄົມມະນາຄົມ ຫວຽດນາມ ຈັດຕັ້ງພິທີເປີດສະຫຼອງສູນບໍລິຫານອັດສະລິຍະແຂວງຝູເທາະ (IOC).
ບັນດາຜູ້ແທນປະຕິບັດພິທີເປີດສະຫຼອງສູນບໍລິຫານອັດສະລິຍະຢູ່ແຂວງຝູເທາະ (ພາບ: phutho.gov.vn.) |
ພາຍຫຼັງ ພິທີເປີດສະຫຼອງ, ຄະນະກຳມະການປະຊາຊົນແຂວງຝູເທາະ ແລະ ກຸ່ມບໍລິສັດ ໄປສະນີໂທລະຄົມມະນາຄົມ ໄດ້ມີການເຮັດວຽກເພື່ອແນໃສ່ເຫັນດີເປັນເອກະພາບຂໍ້ຕົກລົງຮ່ວມມືຍຸດທະສາດກ່ຽວກັບໂທລະຄົມມະນາຄົມ ແລະ ເຕັກໂນໂລຢີຂໍ້ມູນຂ່າວສານ ໄລຍະ 2020 – 2025.
ໄລຍະທີ່ຜ່ານມາ, ກຸ່ມບໍລິສັດ ໄປສະນີໂທລະຄົມມະນາຄົມ ຫວຽດນາມ ໄດ້ຕັ້ງໜ້າເຂົ້າຮ່ວມການສ້າງອຳນາດການປົກຄອງເອເລັກໂຕນິກ ຕາມການຊີ້ນຳຂອງລັດຖະບານຢ່າງແຮງ, ໃນນັ້ນໄດ້ລົງນາມການຮ່ວມມືກັບ 55 ແຂວງ, ນະຄອນ. ກຸ່ມບໍລິສັດໄປສະນີ ໂທລະຄົມມະນາຄົມ ໄດ້ສົມທົບກັບ 20 ແຂວງ, ນະຄອນເພື່ອຜັນຂະຫຍາຍບັນດາໂປຣແກຼມອັດສະລິຍະ.