ເປີດສະຫຼອງສູນໄຟຟ້າ ເຈື່ອງຊາ
(VOVWORLD) - ກຸ່ມບໍລິສັດໄຟຟ້າ ຫວຽດນາມ (EVN), ບໍລິສັດໃຫຍ່ໄຟຟ້າພາກໃຕ້ໄດ້ສົມທົບກັບເມືອງເກາະ ເຈື່ອງຊາ (ແຂວງ ແຄ໊ງຮ່ວາ)
ຫາກໍ່ຈັດຕັ້ງພິທີເປີດສະຫຼອງສຳນັກງານເຮັດວຽກຂອງສູນໄຟຟ້າ ເຈື່ອງຊາ, ໄດ້ສ້າງຂີດໝາຍການມີໜ້າຂອງຂະແໜງໄຟຟ້າ ຫວຽດນາມ ຢູ່ບັນດາເກາະໃນໝູ່ເກາະ ເຈື່ອງຊາ ຢ່າງເປັນທາງການ, ຮັບໃຊ້ໂດຍກົງບັນດາລູກຄ້າທີ່ນຳໃຊ້ໄຟຟ້າຢູ່ ເຈື່ອງຊາ.
ພິທີເປີດສະຫຼອງສູນໄຟຟ້າ ເຈື່ອງຊາ (ພາບ: TTXVN) |
ເລື່ອງກໍ່ສ້າງ ແລະ ຮັບເອົາສຳນັກງານຂອງສູນໄຟຟ້າ ເຈື່ອງຊາ ແມ່ນແນໃສ່ຍົກສູງກຳລັງຄວາມສາມາດຮັບປະກັນການສະໜອງໄຟຟ້າ. ນີ້ແມ່ນເງື່ອນໄຂສະດວກ ເພື່ອໃຫ້ສູນໄຟຟ້າ ເຈື່ອງຊາ ປະຕິບັດໜ້າທີ່ຄຸ້ມຄອງ, ເຄື່ອນໄຫວລະບົບໄຟຟ້າໃນບັນດາເກາະ, ເຮືອນຮ້ານ DK1 ເປັນຢ່າງດີ.