ເປີດສະຫຼອງອະນຸສາວະລີ ນັກຮົບວິລະຊົນຢູ່ເຂດ Tay Nguyen

ເປີດສະຫຼອງອະນຸສາວະລີ ນັກຮົບວິລະຊົນຢູ່ເຂດ Tay Nguyen - ảnh 1

ຕັດ​ແຖບ​ພ້າ​ເປີດ​ສະຫຼອງ​ອະນຸສາວະລີ

(ພາບ:baogialai.com.vn)

( vovworld ) ​​​​​ເນື່ອງ​ໃນ​ໂອກາດ 37 ປີ​ແຫ່ງ​ວັນ​ມູນ​ເຊື້ອ​ກອງ​ພົນ​ໃຫ່ຍ 3 (26/3/1975-26/3/2012), ວັນ​ທີ 26/3, ກອງ​ບັນຊາ​ການກອງ​ພົນ​ໃຫ່ຍ 3 ​ໄດ້​ຈັດ​ພິທີເປີດ​ສະຫຼອງ​ອະນຸສາວະລີ​ນັກ​ຮົບວິລະ​ຊົນ,ກອງ​ພົນ​ໃຫ່ຍ 3 ທີ່​ໄດ້​ເສຍສະຫຼະ​ຊີວິດ​ຢູ່​ສະໜາ​ຮົບ Tay Nguyen . ກິດຈະກຳ​ທັງ​ໝົດ​ໄດ້​ຮັບ​ການ​ອອກ​ແບບ ​ແລະ ກໍ່ສ້າງ​ດ້ວຍ​ຫີນ, ມີ​ມູນ​ຄ່າ​ການ​ກໍ່ສ້າງ​ກ່ວາ 6,3 ຕື້​ດົ່ງ ຊື່​ງມີ​ຄວາມ​ໝາຍ​ສຳຄັນ​ຕໍ່​ພະນັກງານ, ນັກຮົບ​ກອງ​ພົນ​ໃຫ່ຍ 3 ​ເວົ້າສະ​ເພາະ ​ແລະ ປະຊາຊົນ​ທ້ອງ​ຖິ່ນ​ເວົ້າລວມ, ​ເພື່ອ​ແນໃສ່ສະ​ແດງ​ຄວາມ​ຮູ້​ບຸນຄຸນ​ຕໍ່​ຄຸນງາມ​ຄວາມ​ດີ​ອັນ​ໃຫ່ຍຫຼວງ​ຂອງ​ບັນດາ​ນັກຮົບ​ວິລະ​ຊົນ​ທີ່​ໄດ້​ເສຍສະຫຼະ​ຊີວິດ​ເພື່ອ​ເອກະລາດ​ ອິດສະຫຼະພາບ​ຂອງ​ປະ​ເທດ​ຊາດ ​ແລະ ປະຕິບັດ​ພັນທະ​ສາກົນ​ຢູ່​ປະ​ເທດ​ລາວ ​ແລະ ກຳປູ​ເຈຍ. ທ່ານ​ພົນ​ຈັດຕະວາ Nguyen Duc Hai ຜູ້​ບັນຊາ​ການ​ກອງ​ພົນ​ໃຫ່ຍ 3 ​ເວົ້າວ່າ:  “ນີ້​ແມ່ນ​ກິດຈະກຳ​ເພື່ອສຶກສາ​ອົບຮົມ​ມູນ​ເຊື້ອ​ໃຫ້​ພະນັກງານ ນັກຮົບ​ຂອງ​ກອງ​ພົນ​ໃຫ່ຍລຸ້ນຕ່າງໆ, ​ໃຫ້​ແກ່​ປະຊາຊົນ, ພິ​ເສດ​ແມ່ນ​ລຸ້ນຊາວ​ໜຸ່ມ​ໃນ​ເຂດ Tay Nguyen. ປຸກລຸກ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຂອງ​ຊາດ ​ແລະ ສ້າງ​ຄຸນ​ນະ​ທາດ​ດ້ານ​ການ​ເມືອງ, ອຸດົມ​ການ​ປະຕິວັດ​ໃຫ້​ແກ່​ລຸ້ນໜຸ່ມ, ​ເພື່ອ​ປະຕິບັດ​ໜ້າ​ທີ່​ການ​ເມືອງ ​ໃນ​ໜ້າ​ທີ່​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ​ເວົ້າລວມ, ພິ​ເສດ​ແມ່ນ​ການ​ປົກ​ປັກ​ຮັກສາ​ຄວາມ​ມີ​ສະຖຽນ​ລະ​ພາບ​ໃນ​ເຂດ Tay Nguyen ​ໃຫ້​ໝັ້ນຄົງ​ໜັກ​ແໜ້ນ

 

ຂ່າວ/ບົດ​ອື່ນ