ເປີດສະໜອງໜ່ວຍງານຕິດສື່ສານລະຫວ່າງກຳລັງຕຳຫຼວດຫວຽດນາມແລະສ.ເກົາຫຼີ
ເປີດສະໜອງໜ່ວຍງານຕິດສື່ສານ
ລະຫວ່າງກຳລັງຕຳຫຼວດຫວຽດນາມແລະສ.ເກົາຫຼີ
(ພາບ: Vietnam+)
(vovworld) - ວັນທີ 17/12, ຢູ່ນະຄອນຫຼວງເຊີອຸ່ນ, ອົງການຕຳຫຼວດແຫ່ງຊາດສ.ເກົາຫຼີ ໄດ້ຈັດພິທີເປີດສະໜອງໜ່ວຍງານຕິດສື່ສານຫວຽດນາມ (Vietnames Desk). ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດຫວຽດນາມ ຟ້າມຮິວຈິ໋ ໄດ້ຕີລາຄາສູງເລື່ອງສ້າງຕັ້ງ ແລະ ເຄື່ອນໄຫວຂອງງານດັ່ງກ່າວ ບໍ່ພຽງແຕ່ຊ່ວຍເພີ່ມທະວີການພົວພັນຮ່ວມມືລະຫວ່າງອົງການຕຳຫຼວດແຫ່ງຊາດສ.ເກົາຫຼີ ກັບກະຊວງຕຳຫຼວດຫວຽດນາມ ເທົ່ານັ້ນ, ຫາກຍັງປະກອບສ່ວນເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດອີກດ້ວຍ. ທ່ານເອກອັກຄະລັດຖະທູດ ຟ້າມຮິວຈິ໋ ໃຫ້ຮູ້ວ່າ, ປະຈຸບັນມີພົນລະເມືອງສ.ເກົາຫຼີ ອາໄສຢູ່ຫວຽດນາມ ປະມານ 150.000 ຄົນ ແລະ ມີພົນລະເມືອງຫວຽດນາມ ອາໄສຢູ່ສ.ເກົາຫຼີ ກວ່າ 140.000 ຄົນ. ສະນັ້ນ, ເລື່ອງເປີດສະໜອງໜ່ວຍງານຕິດສື່ສານຈະປະກອບສ່ວນສຳຄັນເຂົ້າໃນເລື່ອງປົກປ້ອງສິດ ແລະ ຜົນປະໂຫຍດຂອງພົນລະເມືອງ 2 ປະເທດ.