ພິທີມອບລາງວັນ
|
(vovworld) – ວັນທີ 8/9, UNESCO ໄດ້ມອບລາງວັນ ເຈົ້າຊີວິດ Sejong ກ່ຽວກັບການລົງລ້າງການກືກໜັງສື ໃຫ້ແກ່ໂຄງການ “ນຳປື້ມມາສູ່ເຂດຊົນນະບົດ” ຂອງອ້າຍ ຫງວຽນກວາງແທກ. ນີ້ເປັນຄັ້ງທຳອິດ ຫວຽດນາມ ໄດ້ຮັບການເຊີດຊູທີ່ພິທີມອບລາງວັນໃຫຍ່ຂອງ UNESCO ກ່ຽວກັບການລົງລ້າງການກືກໜັງສື.
ກ່າວຄຳເຫັນທີ່ພິທີມອບລາງວັນ, ກົງກັບໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນໂລກລົບລ້າງການກືກໜັງສື, ທ່ານນນາງ Irina Bokova, ເນັ້ນໜັກວ່າ: ວັນໂລກລົບລ້າງການກືກໜັງສືແມ່ນໂອກາດພິເສດເພື່ອເຊີດຊູໜຶ່ງໃນບັນດາຜົນງານສຳຄັນທີ່ສຸດຂອງ UNESCO. ແຕ່ລະຄົນໄດ້ຮັບລາງວັນໃນມື້ນີ້ລ້ວນແຕ່ມີເລື່ອງລາວກ່ຽວກັບນຳ້ໃຈມະນຸດໄດ້ຊ່ວຍວົງຄະນະຍາດຂອງຕົນຄົ້ນຫາບັນດາຄຸ້ນຄ່າສູງສົ່ງຂອງຕົນເອງ.
ໂດຍມີຄວາມປິຕິຊົມຊື່ນເມື່ອໄດ້ຮັບລາງວັນ, ອ້າຍ ຫງວຽນກວາງແທກ, ຜູ້ສ້າງລາຍການ “ນຳປື້ມມາສູ່ເຂດຊົນນະບົດ”, ໃຫ້ຮູ້ວ່າ:
“ຂ້າພະເຈົ້າມີຄວາມປິຕິຊົມຊື່ນເມື່ອຄວາມຮູ້ຂອງບັນດາຊາວກະສິກອນ ຫວຽດນາມ ໄດ້ມີການປ່ຽນແປງ ເມື່ອເຂົາເຈົ້າຮ່ວມແຮງຮ່ວມໃຈສ້າງລະບົບຫໍສະໝຸດ. ນັ້ນແມ່ນໜຶ່ງໃນບັນດາການຫັນປ່ຽນໃຫຍ່ສຸດໃນສັງຄົມ ຫວຽດນາມ. ຊາວກະສິກອນ, ລັດຖະກອນ, ຊາວ ຫວຽດນາມ ຢູ່ພາຍໃນ ແລະ ຕ່າງປະເທດໄດ້ປະກອບສ່ວນເຂົ້າໂຄງການນີ້. ນັ້ນແມ່ນຄວາມປິຕິຊົມຊື່ນຂອງຂ້າພະເຈົ້າ ກໍ່ຄືຄວາມປິຕິຊົມຊື່ນຂອງທຸກຄົນ.”