ເປັນຄັ້ງທຳອິດເຊີດຊູເຄື່ອງໝາຍການຄ້າຄຳໃຫ້ກະສິກຳຫວຽດນາມ
ເປັນຄັ້ງທຳອິດເຊີດຊູເຄື່ອງໝາຍການຄ້າຄຳໃຫ້ກະສິກຳຫວຽດນາມ
(ພາບ: baodansinh)
(vovworld) - ຈາກ 300 ກວ່າຜະລິດຕະພັນກະເສດ, ຄະນະຈັດຕັ້ງໄດ້ສົມທົບກັບ 63 ແຂວງ, ນະຄອນ, ບັນດານັກວິທະຍາສາດ, ນັກຊ່ຽວຊານຫົວໜ້າຂະແໜງກ່ຽວກັບກະສິກຳຢ່າງແໜ້ນແຟ້ນ ເພື່ອເລືອກເຟັ້ນ 59 ເຄື່ອງໝາຍການຄ້າຜະລິດຕະພັນກະເສດທີ່ມີຄຸນນະພາບສູງ, ມີເຄື່ອງໝາຍການຄ້າທີ່ລືຊື່. ທ່ານ ໂຮ່ຊວນຮຸ່ງ, ປະທານສະມາຄົມໃຫຍ່ກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ໃຫ້ຮູ້ຄືດັ່ງກ່າວ ທີ່ພິທີເຊີດຊູ “ເຄື່ອງໝາຍການຄ້າຄຳໃຫ້ກະສິກຳຫວຽດນາມ, ປີ 2015“ ໂດຍ ສະມາຄົມໃຫຍ່ກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ຈັດຕັ້ງໃນວັນທີ 1/11, ຢູ່ຮ່າໂນ້ຍ. ເຄື່ອງໝາຍການຄ້ານີ້ ຈະຊ່ວຍຍົກສູງຄຸນຄ່າໃຫ້ຜະລິດຕະພັນກະເສດ, ພິເສດແມ່ນຜະລິດຕະພັນກະເສດຫວຽດນາມ ໃນຕະຫຼາດສາກົນ. ນີ້ກໍ່ແມ່ນໂອກາດເພື່ອປຸກລະດົມບັນດາວິສາຫະກິດ, ນັກທຸລະກິດ ທີ່ໄດ້ຕັ້ງໜ້າໜູນຊ່ວຍຊາວກະສິກອນໃນການຍົກສູງສະມັດຕະພາບ, ຄຸນນະພາບຜະລິດຕະພັນ, ຈຳໜ່າຍຜະລິດຕະພັນຢ່າງມີປະສິດທິຜົນດ້ວຍມູນຄ່າສູງ.