(vovworld)- ໄພເງິນເຟີ້ຊ້ອນແຝງຄວາມສາມາດເກີດການຜັນແປຢ່າງຜິດປົກກະຕິ ເພາະແຕ່ນີ້ເຖິງທ້າຍປີ ມີຫຼາຍປັດໃຈຄາດຄະເນຈະກໍ່ຄວາມດັນ ຕໍ່ດັດຊະນີລາຄາໃຊ້ສອຍ (CPI). ນີ້ແມ່ນຂໍ້ສັງເກດຂອງບັນດານັກຊ່ຽວຊານ ດ້ານເສດຖະກິດ ທີ່ຍົກອອກທີ່ກອງປະຊຸມສຳມະນາ “ການຜັນແປລາຄາ, ຕະຫຼາດ ຢູ່ຫວຽດນາມ ໃນ 6 ເດືອນຕົ້ນປີ ແລະ ຄາດຄະເນລາຄາປີ 2016” ໂດຍສະຖາບັນເສດຖະກິດການເງິນ-ສະຖາບັນການເງິນຫວຽດນາມ ຈັດຂື້ນໃນວັນທີ 7/7, ຢູ່ຮ່າໂນ້ຍ. ຕາມການວິເຄາະຂອງບັນດານັກຊ່ຽວຊານ, ດັດຊະນີລາຄາໃຊ້ສອຍ ໃນ 6 ເດືອນຕົ້ນປີ ມີການຫັນປ່ຽນ ເມື່ອເພີ່ມຂື້ນຢ່າງຕໍ່ເນື່ອງ ແລະ ບັນລຸລະດັບ 2,35%. ລະດັບໄພເງິນເຟີ້ ໃນ 6 ເດືອນຕົ້ນປີ ໄດ້ຮັບຂໍ້ສັງເກດວ່າ ຍັງຄົງໃນຢູ່ລະດັບຕ່ຳ ແລະ ຫ່າງໄກຈາກເປົ້າໝາຍຄວບຄຸມ. ຄາດຄະເນລະດັບໄພເງິນເຟີ້ລວມໝົດປີ 2016 ແມ່ນປະມານ 4,2%. ສຳລັບສະພາບ 6 ເດືອນທ້າຍປີ, ບັນດານັກຊ່ຽວຊານໃຫ້ຂໍ້ສັງເກດວ່າ ຍັງມີຄວາມດັນຫຼາຍຢ່າງ ຕໍ່ໄພເງິນເຟີ້. ເພື່ອບັນລຸຄາດໝາຍຄວບຄຸມໄພເງິນເຟີ້ປີນີ້ ໃຫ້ຢູ່ລະດັບຕ່ຳກວ່າ 5% ຄືສະພາແຫ່ງຊາດໄດ້ວາງອອກ, ປອ ຫ໋ງອກ ຕຽນ, ສະຖາບັນການເງິນ, ໃຫ້ຮູ້ວ່າ:
“ການຄວບຄຸມໄພເງິນເຟີ້ ໃຫ້ຢູ່ໃນລະດັບ ຕ່ຳກວ່າ 5% ຄືຄາດໝາຍທີ່ໄດ້ວາງອອກ ຍັງຂື້ນກັບການບໍລິຫານລາຄາບໍລິການການສຶກສາ ແລະ ສາທາລະນະສຸກ ແຕ່ນີ້ເຖິງທ້າຍປີ. ກໍລະນີມີບັນດາການຫັນປ່ຽນ ກ່ຽວກັບພູມສາດການເມືອງ, ການຫັນປ່ຽນດ້ານເສດຖະກິດໂລກ ທີ່ສົ່ງຜົນກະທົບ ເຖິງອັດຕາແລກປ່ຽນເງິນຕາ ລັດຖະບານຕ້ອງເອົາໃຈໃສ່ເຖິງຕະຫຼາດເງິນຕາ, ຮັກສາຄວາມໝັ້ນຄົງໃຫ້ຕະຫຼາດເງິນຕາ ເຮັດໄດ້ຄືແນວນັ້ນ ຈະຈຳກັດສະພາບຂື້ນລາຄາໄດ້. ນອກຈາກນັ້ນ, ແຕ່ນີ້ເຖິງທ້າຍປີຕ້ອງສືບຕໍ່ຫຼຸດລາຍຈ່າຍເກີນດຸນ ງົບປະມານແຫ່ງລັດ”.
ບັນດານັກຊ່ຽວຊານກໍ່ກ່າວເຕືອນ ຄວນປະຕິບັດນະໂຍບາຍບັນຊີຢ່າງເປັນເຈົ້າການ, ແໜ້ນແຟ້ນ, ຄວບຄຸມຂໍ້ບັງຄັບ ດ້ານການເງິນງົບປະມານ; ພ້ອມທັງຮັບປະກັນຄາດໝາຍຄວບຄຸມໄພເງິນເຟີ້, ຮັກສາສະຖຽນລະພາບດ້ານເສດຖະກິດມະຫາພາກ.