ທ່ານ ດຶງເທ໋ຮິງ ກ່າວຄຳເຫັນທີ່ກອງປະຊຸມ
|
(vovworld) - ວັນທີ 18/1 ຢູ່ຮ່າໂນ້ຍ, ຄະນະພົວພັນຕ່າງປະເທດສູນກາງພັກໄດ້ຈັດຕັ້ງກອງປະຊຸມສະຫລຸບວຽກງານພົວພັນຕ່າງປະເທດປະຊາຊົນປີ 2016, ຜັນຂະຫຍາຍໜ້າທີ່ປີ 2017, ສະຫລຸບ 5 ປີແຫ່ງການຊາບຊຶມ ແລະ ປະຕິບັດຄຳສັ່ງເລກທີ 04 ຂອງຄະນະເລຂາສູນກາງພັກ (ຊຸດທີ 11) ກ່ຽວກັບການສືບຕໍ່ປ່ຽນໃໝ່ ແລະ ຍົກສູງປະສິດທິຜົນວຽກງານພົວພັນຕ່າງປະເທດປະຊາຊົນໃນສະພາບການໃໝ່. ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານ ດິງເທ໋ຮີງ, ຜູ້ປະຈຳການຄະນະເລຂາ ສູນກາງພັກໄດ້ສະເໜີບັນດາອົງການສະເພາະກິດສົມທົບກັນເປັນເອກະພາບລະຫວ່າງການພົວພັນຕ່າງປະເທດປະຊາຊົນກັບການພົວພັນຕ່າງປະເທດຂອງພັກ ແລະ ການທູດຂອງລັດ ເພື່ອແນໃສ່ເສີມຂະຫຍາຍກຳລັງແຮງສັງລວມຢ່າງຄົວຖ້ວນ, ຫັນຜົນປະໂຫຍດຂອງຊາດໃນບັນດາການເຄື່ອນໄຫວພົວພັນຕ່າງປະເທດ ແລະ ໃນວິວັດທະນາການເຊື່ອມໂຍງເຂົ້າກັບສາກົນ:
“ແນວໂຮມປະເທດຊາດ, ບັນດາອົງການຈັດຕັ້ງມະຫາຊົນ, ອົງການປະຊາຊົນຕ້ອງສືບຕໍ່ປ່ຽນໃໝ່ຢ່າງແຮງ, ຍົກສູງລັກສະນະແທດຈິງມີປະສິດທິຜົນຂອງບັນດາການເຄື່ອນໄຫວພົວພັນຕ່າງປະເທດປະຊາຊົນ, ປະຕິບັດການປະຢັດ, ຕ້ານການຟຸມເຟືອຍຢ່າງເດັດຂາດ. ເພີ່ມທະວີລັກສະນະເປັນເຈົ້າການ, ເຮັດໃຫ້ການພົວພັນຄູ່ຮ່ວມມືເລິກເຊິ່ງຂຶ້ນຕື່ມ, ເປີດກ້ວາງເຄືອຂ່າຍເພື່ອນມິດສາກົນຂອງ ຫວຽດນາມ, ເປັນເຈົ້າການ, ຕັ້ງໜ້າເຂົ້າຮ່ວມບັນດາກົນໄກຮ່ວມມື, ບັນດາເວທີປາໄສຫຼາຍຝ່າຍພາກພື້ນ ແລະ ສາກົນສຳຄັນ. ຍົກສູງປະສິດທິຜົນແຫ່ງການຮ່ວມມື, ຍາດແຍ່ງບັນດາແຫຼ່ງກຳລັງຈາກພາຍນອກ, ປະກອບສ່ວນພັດທະນາເສດຖະກິດສັງຄົມ.”