( vovworld ) – ຕອນເຊົ້າວັນທີ 26/3, ຢູ່ຮ່າໂນ້ຍ, ຄະນະໂຄສະນາສຶກສາສູນກາງໄດ້ຈັດກອງປະຊຸມພະນັກງານຂັ້ນສູງທີ່ໄດ້ພັກກິນເບ້ຍບຳນານເພື່ອເຜີຍແຜ່ມະຕິກອງປະຊຸມສູນກາງພັກຄັ້ງທີ 4 ຊຸດທີ 11 ກ່ຽວກັບ “ ບາງບັນຫາທີຮີບດ່ວນໃນການກໍ່ສ້າງພັກໃນປະຈຸບັນ ”. ກອນທີ່ຮັບຟັງການເຜີຍແຜ່ເນື້ອໃນຂອງມະຕິ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ Nguyen Phu Trong ໄດ້ຢືນຢັນມະຕິສູນກາງພັກຄັ້ງທີ 4 ແມ່ນການເຕົ້າໂຮມສິ່ງຍອດຍິ່ງດ້ານພູນປັນຍາຂອງທົ່ວພັກ. ມະຕິໄດ້ຮັບຄວາມເຫັນດີເຫັນພ້ອມສະໜັບສະໜູນສູງຈາກປະຊາຊົນທຸກຊັ້ນກ່ຽວກັບແຜນນະໂຍບາຍ, ວິທີຕັ້ງບັນຫາ ແລະ ມາດຕະການປະຕິບັດ. ຕາມທ່ານເລຂາທິການໃຫຍ່ Nguyen Phu Trong ແລ້ວ, ບັນດາພະນັກງານຂັ້ນສູງທີ່ໄດ້ພັກກິນເບ້ຍບຳນານແມ່ນກຳລັງສຳຄັນ, ຫຼັກແຫຼ່ງແກ່ນສານ, ແມ່ນບ່ອນອີງເພື່ອຜັນຂະຫຍາຍປະຕິບັດມະຕິ. ເພາະສະນັ້ນ, ທ່ານເລຂາທິການໃຫຍ່ປາດຖະໜາຈະໄດ້ຮັບຄວາມເປັນເອກະພາບ, ການສະໜັບສະໜູນຂອງບັນດາພະນັກງານທີ່ໄດ້ພັກກິນເບ້ຍບຳນານ.
ບັນດາພະນັກງານທີ່ໄດ້ພັກກິນເບ້ຍບຳນານໄດ້ຮັບຟັງທ່ານ Dinh The Huynh, ກຳມະການກົມການເມືອງ, ເລຂາສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງ ເຜີຍແຜ່ກ່ຽວກັບມະຕິສູງກາງພັກຄັ້ງທີ 4 ຊຸດທີ 11 ກ່ຽວກັບຄຳສັ່ງ ແລະ ແຜນການຜັນຂະຫຍາຍປະຕິບັດມະຕິ.