ເພີ່ມທະວີການນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ວິທີການສຶກສາໃໝ່ໃນໂຮງຮຽນ


ເພີ່ມທະວີການນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ວິທີການສຶກສາໃໝ່ໃນໂຮງຮຽນ - ảnh 1
ພາບ​ປະ​ກອບ

(vovworld) - ຕອນ​ເຊົ້າ​ວັນ​ທີ 14/3, ຢູ່​ຮ່າ​ໂນ້ຍ, ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ ສົມທົບ​ກັບ​ບໍລິສັດ​ Microsoft ຫວຽດນມຈຳກັດ ​ໄດ້​ປຸກລະດົມ​ການ​ເສັງ “ຄູ​ສອນ​ມີ​ຫົວຄິດ​ປະດິດ​ສ້າງບົນ​ພື້ນຖານເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານປີ 2015“. ​ເພື່ອ​ແນ​ໃສ່​ສົ່ງ​ເສີມ​ບັນດາ​ຄູ​ອາຈານ​ນຳ​ໃຊ້ ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ ​ເຂົ້າ​ໃນ​ວຽກ​ງານ​ສິດສອນ ​ແລະ ຮຳ່ຮຽນຢ່າງ​ມີ​ປະສິດທິ​ຜົນ, ດ້ວຍ​ຈຸດໝາຍ​ຍົກ​ສູງ​ຄຸນ​ນະພາ​ບການ​ສອນ ​ແລະ ການ​ຮຽນ. ການ​ເສັງ​ນອນ​ໃນ​ຂອບ​ເຂດ​ບັນດາ​ລາຍການ​ຮ່ວມ​ມື​ເຊິ່ງMicrosoft ຫວຽດນາມ ​ແລະ ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ​ຜັນ​ຂະຫຍາຍ​ໃນ​ຫຼາຍ​ປີຜ່ານມາ. ນີ້​ແມ່ນ​ປີ​ທີ 2, ທີ່​ການ​ເສ​ັງ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ໃນ​ທົ່ວ​ປະ​ເທດ. ທ່ານ​ນາງ ​ເຈິ່ນອຽນ​ດິ້ງ, ຜູ້ອຳນວຍການ​ກຸ່ມ​ສຶກສາ, ​ບໍລິສັດ​ Microsoft ຫວຽດນາມ ຈຳກັດ, ​ໃຫ້​ຮູ້​ວ່າ:

“ຜ່ານ​ການ​ເສັ່ງ​ນີ້, ພວກ​ຂ້າພະ​ເຈົ້າ​ຢາກ​ເຜີຍ​ແຜ່​ວິທີ​ເຮັດ​ໃໝ່, ວິ​ໄສ​ທັດ​ໃໝ່​ກ່ຽວ​ກັບ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ​ໃນ​ການ​ສຶກສາ​ເຖິງ​ບັນດາ​ຄູ​ອາຈານ, ​ເມື່ອ​ບັນດາ​ຄູ​ອາຈານ​ນຳ​ໄຊ້​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ຫຼຍຢ່າງ​ທີ່​ມີ​ລັກສະນະ​ກະທົບ​ສູງ​ກວ່າ, ເສີມ​ຂະຫຍາຍ​ຫົວຄິດ​ປະດິດ​ສ້າງໃນ​ການ​ສ້າງ​ຫຼັກສູດ​ໃຫ້​ມີ​ຊີວິດ​ຊີວາ, ປຸກລຸກ​ນັກຮຽນ​ໃຫ້​ມີ​ຫົວຄິດ​ປະດິດ​ສ້າງ ​ແລະ ປະສົບ​ການ​ໃໝ່​ໃນ​ການ​ຮຳ່ຮຽນ ​ແລະ ​ເປັນ​ເຈົ້າ​ການ​ໃນ​ການ​ຮຳ່ຮຽນ​ຂອງ​ຕົນ“


ຂ່າວ/ບົດ​ອື່ນ