ເພີ່ມທະວີການບໍລິການສັງຄົມໃຫ້ແມ່ຍິງອົບພະຍົບ
(ພາບປະກອບ)
(vovworld) - ວັນທີ 21/04, ຢູ່ຮ່າໂນ້ຍ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ໄດ້ສົມທົບກັບອົງການຂ້າຫຼວງໃຫຍ່ສະຫະປະຊາຊາດ ເພື່ອຊາວອົບພະຍົບ (UNHCR) ຈັດຕັ້ງກອງປະຊຸມສຳມະນາພາກພື້ນ ກ່ຽວກັບການຊຸກຍູ້ການບໍລິການສັງຄົມໃຫ້ແມ່ຍິງອົບພະຍົບ. ນີ້ແມ່ນການເຄື່ອນໄຫວຢູ່ນອກພິທີສ້າງຕັ້ງເຄືອຂ່າຍວິສາຫະກິດຍິງອາຊຽນ.
ກອງປະຊຸມໃຫ້ຂໍ້ສັງເກດວ່າ ການອົບພະຍົບພາຍໃນປະເທດ ແລະ ສາກົນ ພວມແມ່ນບັນຫາທົ່ວໄປສຳລັບຫຼາຍປະເທດ, ພິເສດໃນສະພາບການເຊື່ອມໂຍງເຂົ້າກັບສາກົນຄືປະຈຸບັນ. ຜ່ານການອົບພະຍົບສາກົນ, ປະຊາຊົນລະຫວ່າງປະເທດຕ່າງໆຈະໄດ້ແລກປ່ຽນດ້ານວັດທະນະທຳ, ເຂົ້າໃຈຮີດຄອງປະເພນີຂອງກັນ. ການເຄື່ອນໄຫວອົບພະຍົບ ໄດ້ນຳມາເຊິ່ງບັນດາທ່າແຮງໃນວິວັດການພັດທະນາ ກໍ່ຄືນຳມາເຊິ່ງບັນດາຄວາມຮູ້, ທັກສະ ລາຍຮັບ ແລະ ຜົນປະໂຫຍດອື່ນໆໃຫ້ຜູ້ອົບພະຍົບ. ບັນດາຜູ້ແທນລ້ວນແຕ່ແບ່ງປັນບົດຮຽນກ່ຽວກັບບັນດາສິ່ງທ້າທາຍ, ສະພາບຕົວຈິງທີ່ດີ ກໍ່ຄືບັນດາມາດຕະການແກ້ໄຂເພື່ອຊຸກຍູ້ການບໍລິການສັງຄົມໃຫ້ແມ່ຍິງອົບພະຍົບ; ເພີ່ມທະວີເຄືອຂ່າຍໃນການຮ່ວມມື ແລະ ບັນດາການພົວພັນຄູ່ຮ່ວມມືລະຫວ່າງຄະນະກຳມະການແມ່ຍິງອາຊຽນ, ເຄືອຂ່າຍນັກທຸລະກິດຍິງອາຊຽນ, UNHCR ແລະ ບັນດາຝ່າຍທີ່ກ່ຽວຂ້ອງ ແນໃສ່ປົກປ້ອງສິດຜົນປະໂຫຍດຂອງແມ່ຍິງອົບພະຍົບພາຍໃນພາກພື້ນ.