(ພາບ:dangcongsan.vn)
(vovworld)- ຕອນເຊົ້າວັນທີ 20/9, ຢູ່ຮ່າໂນ້ຍ, ສະຖານບັນການເມືອງ-ການປົກຄອງແຫ່ງຊາດໂຮ່ຈິມິນ ໄດ້ຈັດກອງປະຊຸມວິທະຍາສາດສະຫລຸບການປະຕິບັດມະຕິເລກທີ 01 ຂອງກົມການເມືອງກ່ຽວກັບວຽກງານທິດສະດີ. ພາຍຫຼັງ 20 ປີແຫ່ງການປະຕິບັດມະຕິຂອງກົມການເມືອງກ່ຽວກັບວຽກງານທິດສະດີ, ສະຖາບັນການເມືອງ-ການປົກຄອງແຫ່ງຊາດໂຮ່ຈິມິນ ໄດ້ບຳລຸງສ້າງທິດສະດີຂັ້ນກາງ, ຂັ້ນສູງ, ຂັ້ນປະລີນຍາຕີ, ປະລີນຍາໂທ, ປະລີນຍາເອກດ້ານການເມືອງ-ການປົກຄອງໃຫ້ພະນັກງານພັກ, ລັດ, ອົງການການເມືອງສັງຄົມຢູ່ສູນກາງ ແລະ ທ້ອງຖິ່ນນັບໝື່ນໆຄົນ ແລະ ພະນັກງານຂອງປະເທດລາວ, ກຳປູເຈຍ, ໂມຊຳບິກ...ນັບພັນຄົນ. ກ່ຽວກັບການກຳນົດທິດວຽກງານທິດສະດີຂອງສະຖາບັນຮອດປີ 2020, ສາດສະດາຈານ, ດຣ ຕ້າຫງອກເຕິນ, ຜູ້ອຳນວຍການສະຖາບັນການເມືອງ-ການປົກຄອງແຫ່ງຊາດໂຮ່ຈິມິນ ໃຫ້ຮູ້ວ່າ:
“ກ່ຽວກັບມາດຕະການຍົກສູງຄຸນນະພາບວຽກງານທິດສະດີການເມືອງແຕ່ນີ້ຮອດປີ 2020, ທາງສະຖາບັນຕ້ອງສືບຕໍ່ເພີ່ມທະວີການນຳພາຂອງຄະນະພັກ, ການຊີ້ນຳທີ່ໃກ້ຊິດຂອງຄະນະອຳນວຍການສຳລັບວຽກງານທິດສະດີ, ເພີ່ມທະວີການແບ່ງຂັ້ນໃຫ້ບັນດາຫົວໜ່ວຍໃນການເຄື່ອນໄຫວທິດສະດີ, ເສີມຂະຫຍາຍບົດບາດຂອງຖັນແຖວນັກຄົ້ນຄ້ວາ, ສິດສອນທິດສະດີຢູ່ສະຖາບັນ, ມີແຜນການລະອຽດເພື່ອບຳລຸງສ້າງລຸ່ນພະນັກງານໜຸ່ມ, ສ້າງຖັນແຖວທິດສະດີໃນໄລຍະຍາວນານ, ປ່ຽນໃໝ່ຂໍ້ກຳນົດກ່ຽວກັບການຄຸ້ມຄອງບັນດາການເຄື່ອນໄຫວວິທະຍາສາດ, ວິທີການຕີລາຄາ, ພິຈາລະນະຮັບຮອງຫົວເລື່ອງ ຮັບປະກັນຄຸນນະພາບ, ຫັນໝາກຜົນຄົ້ນຄ້ວາທິດສະດີເປັນວຽກງານຂອງສັງຄົມ“.