ເພີ່ມທະວີການພົວພັນມິດຕະພາບແລະພົວພັນແລກປ່ຽນຫວຽດນາມ-ຍີ່ປຸ່ນ
ກອງປະຊຸມຄະນະປະຈຳເປີດກ້ວາງຄະນະບໍລິຫານງານສູນກາງສະມາຄົມ ອາຍຸການທີ 6 (2015 – 2020)
|
(vovworld) - ຕອນບ່າຍວັນທີ 11/10, ຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບ ຫວຽດນາມ - ຍີ່ປຸ່ນ (ຂຶ້ນກັບສະຫະພັນບັນດາອົງການມິດຕະພາບ ຫວຽດນາມ) ໄດ້ຈັດຕັ້ງກອງປະຊຸມຄະນະປະຈຳເປີດກ້ວາງຄະນະບໍລິຫານງານສູນກາງສະມາຄົມ ອາຍຸການທີ 6 (2015 – 2020). ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ເປັນເອກະພາບກັນໂດຍຖືວ່າ: ໃນໄລຍະຈະມາເຖິງ, ສະມາຄົມຈະສືບຕໍ່ເສີມຂະຫຍາຍລັກສະນະຕັ້ງໜ້າ, ມີລະບຽບວິໄນ, ປະຕິບັດກົດລະບຽບຂອງສະມາຄົມເປັນຢ່າງດີ. ສະມາຄົມຕັ້ງໜ້າກະກຽມ ແລະ ຈັດຕັ້ງບັນດາການເຄື່ອນໄຫວປະກອບສ່ວນເພີ່ມທະວີການພົວພັນມິດຕະພາບ ແລະ ການພົວພັນແລກປ່ຽນລະຫວ່າງ ປະຊາຊົນ 2 ປະເທດ ຫວຽດນາມ - ຍີ່ປຸ່ນ. ເນື່ອງໃນໂອກາດນີ້, ທ່ານ ຫວູຊວນຮົ່ງ, ປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ - ຍີ່ປຸ່ນ ອວຍພອນໃຫ້ທ່ານ ໂຕຮູຍເຣືອ, ອະດີດຫົວໜ້າຄະນະຈັດຕັ້ງສູນກາງ, ອະດີດປະທານກຸ່ມສະມາຊິກສະພາແຫ່ງຊາດມິດຕະພາບ ຫວຽດນາມ - ຍີ່ປຸ່ນ, ປະທານກິຕິມະສັກມະຫາວິທະຍາໄລ ຫວຽດນາມ - ຍີ່ປຸ່ນ, ໄດ້ຮັບການເລືອກຕັ້ງເປັນປະທານສະມາຄົມມິດຕະພາບ ຫວຽດນາມ - ຍີ່ປຸ່ນ ອາຍຸການຊຸດທີ 6 (2015 – 2020).