(vovworld) - ຕອນບ່າຍວັນທີ 14/8, ຄະນະຜູ້ແທນລັດຖະບານຫວຽດນາມ ໂດຍທ່ານຮອງນາຍົກລັດຖະມົນຕີ Nguyen Xuan Phuc ນຳໜ້າ, ເລີ່ມຕົ້ນການຢ້ຽມຢາມປະເທດກຳປູເຈຍ ຢ່າງເປັນທາງການ, ຕາມຄຳເຊື້ອເຊີນຂອງທ່ານຮອງນາຍົກລັດຖະມົນຕີ Ke Kim Yan. ທີ່ພະນົມເປັນ, ທ່ານຮອງນາຍົກລັດຖະມົນຕີ Nguyen Xuan Phuc ໄດ້ພົບປະກັບທ່ານນາງ Men Som On, ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານກຳປູເຈຍ, ປະທານສະມາຄົມມິດຕະພາບກຳປູເຈຍ - ຫວຽດນາມ,. ນະທີ່ນີ້, ທ່ານນາງ Men Som On ໄດ້ຢືນຢັນສາຍພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງກຳປູເຈຍ ແລະ ຫວຽດນາມ ແມ່ນຊັບສົມບັດອັນລ້ຳຄ່າຂອງປະຊາຊົນສອງປະເທດເຊິ່ງຄວນໄດ້ຮັບການຮັກສາ ແລະ ພັດທະນາໃນທຸກຂົງເຂດ. ກຳປູເຈຍ ແລະ ຫວຽດນາມ ແມ່ນສອງປະເທດຖານບ້ານໃກ້ເຮືອນຄຽງເຊິ່ງພ້ອມກັນແບ່ງປັນຄວາມທຸກຍາກລຳບາກ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນບັນດາການຕໍ່ສູ້ຍາດເອົາເອກະລາດມາໃຫ້ແກ່ປະເທດຊາດ, ສ້າງສາ ແລະ ພັດທະນາປະເທດຊາດ. ຍາມໃດປະຊາຊົນກຳປູເຈຍ ກໍຈົດຈຳບຸນຄຸນຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ເຊິ່ງໄດ້ຊ່ວຍເຫຼືອປະຊາຊົນກຳປູເຈຍ ຫຼຸດຜົ້ນອອກຈາກໄພດັບສູນເຊື້ອຊາດ ຂະແມແດງ ແລະ ໜູນຊ່ວຍ, ຊ່ວຍເຫຼືອປະຊາຊົນກຳປູເຈຍ ໃນວິວັດການສ້າງສາ ແລະ ພັດທະນາປະເທດຊາດຄືປະຈຸບັນ. ທ່ານຮອງນາຍົກລັດຖະມົນຕີ Nguyen Xuan Phuc ໄດ້ເນັ້ນໜັກວ່າ ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ ແລະ ກຳປູເຈຍ ເຊິ່ງໄດ້ຮັບການສ້າງຂຶ້ນດ້ວຍເລືອດເນື້ອຂອງປະຊາຊົນສອງປະເທດ ຍາມໃດກໍ່ຮຽງບ່າຮຽງໄຫຼ່, ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍປະການ. ທ່ານຮອງນາຍົກລັດຖະມົນຕີ Nguyen Xuan Phuc ປາດຖະໜາວ່າ ສະມາຄົມມິດຕະພາບກຳປູເຈຍ - ຫວຽດນາມ ສືບຕໍ່ປະກອບສ່ວນສຳຄັນເຂົ້າໃນການປັບປຸງ ແລະ ພັດທະນາສາຍພົວພັນອັນດີງາມລະຫວ່າງສອງປະເທດ.
ກ່ອນໜ້ານັ້ນ, ທ່ານຮອງນາຍົກລັດຖະມົນຕີ Nguyen Xuan Phuc ແລະ ຄະນະຜູ້ແທນໄດ້ໄປ ວາງພວງມາລາອາຢູ່ອານຸສາວະລີທະຫານອາສາສະມັກຫວຽດນາມ ຢູ່ພະນົມເປັນ.