ເພີ່ມທະວີການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ອີຕາລີ

ເພີ່ມທະວີການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ອີຕາລີ - ảnh 1
ການ​ທາ​ບທາມ​ຄຳ​ເຫັນ​ການ​ເມືອງຂັ້ນຮອງລັດຖະມົນຕີການຕ່າງປະເທດ
ລະຫວ່າງ ຫວຽດນາມ ແລະ ອີຕາລີ
ພາບ:TTXVN

(vovworld) - ອີ​ຕາລີ ສືບ​ຕໍ່​ຖື ຫວຽດນາມ ​ແມ່ນ​ປະ​ເທດ​​ໃຫ້​ບຸລິມະສິດ​ໃນ​ນະ​ໂຍບາຍ​ການ​ຮ່ວມ​ມື​ພັດທະນາ”. ນີ້​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ Staffan De Mistura ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອີ​ຕາ​ລີ ​ໃນ​ການ​ທາ​ບທາມ​ຄຳ​ເຫັນ​ການ​ເມືອງ​ກັບ​ທ່ານ Bui Thanh Son ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ອີ​ຕາ​ລີ ​ແຕ່​ວັນ​ທີ 12 - 18/9. ທີ່​ການ​ທາ​ບທາມ​ຄຳ​ເຫັນ, ສອງ​ຝ່າຍ​ມີ​ຄວາມ​ພຶງ​ພໍ​ໃຈ​ກ່ຽວ​ກັບ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຫລາຍ​ດ້ານ​ລະຫວ່າງ​ສອງ​ປະ​ເທດ​​ພັດທະນາຢ່າງ​ເລິກ​ເຊິ່ງ, ກວ້າງຂວາງ ​ແລະ ຕັ້ງຫນ້າ​ໃນ​ທຸກ​ຂົງ​ເຂດ, ພິ​ເສດ​ກ່ຽວ​ກັບ​ດ້ານ​ການ​ເມືອງ, ການ​ທູດ​, ​ເສດຖະກິດ, ການ​ຮ່ວມ​ມື​ພັດທະນາ, ວັດທະນະທຳ ​ແລະ ການ​ສຶກສາ​ບຳລຸງ​ສ້າງ. ​ໃນ​ສະພາວະ​ສອງ​ປະ​ເທດ​ກະກຽ​ມສະ​ເຫລີ​ມສະຫລອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ໃນ​ປີ 2013, ຫວຽດນາມ ​ແລະ ອີ​ຕາ​ລີ ​ເຫັນ​ດີ​ຮັກສາ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ, ສືບ​ຕໍ່​ຮ່ວມ​ມື​ຢ່າງ​ແຫນ້ນ​ແຟ້ນ​ໃນ​ບັນດາ​ເວທີ​ປາ​ໄສ​ສາກົນ ​ແລະ ຫລາຍ​ຝ່າຍ, ​ເພີ່ມ​ທະວີ​ກາ​ນຮ່ວມ​ມື​ລະຫວ່າງ​ເຂດ, ທ້ອງ​ຖິ່ນ​ຂອງ​ສອງ​ປະ​ເທດ, ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ປະຊາ​ຄົມ​ວິ​ສາ​ຫະກິດ​ສອງ​ປະ​ເທດ​ເຊື່ອມ​ຕໍ່​ຄູ່​ຮ່ວມ​ມື, ຊອກ​ຫາ​ກາລະ​ໂອກາດ​ດຳ​ເນີນ​ທຸລະ​ກິດ, ລົງທຶນ​ໃນ​ບັນດາຂົງ​ເຂດ​ຄື​: ຄົມມະນາຄົມ, ພະລັງງານ, ອຸດສາຫະກຳ​ຜະລິດ, ນ້ຳ ​ແລະ ສິ່ງ​ແວດລ້ອມ. ຝ່າຍ ອີ​ຕາລີ ຢືນຢັນ ຍາມ​ໃດ​ກໍ​ຖື​ການ​ພົວພັນ​ກັບ​ຫວຽດນາມ ​ເປັນ​ສຳຄັນ ​ແລະ ຈະ​ມານະ​ພະຍາຍາມ​ຊຸກຍູ້​ການ​ຮ່ວມ​ມື​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ ​ແລະ ໝັ້ນ​ໝາຍ​ສືບ​ຕໍ່​ຫນູນ​ຊ່ວຍ​ທຶນ ODA ​ໃຫ້​ແກ່ ຫວຽດນາມ ​ໃນ​ໄລຍະ 2013 - 2015.

ຂ່າວ/ບົດ​ອື່ນ