ເພີ່ມທະວີການຮ່ວມມືກ່ຽວກັບສິ່ງແວດລ້ອມລະຫວ່າງ ຫວຽດນາມ ແລະ ສ. ເກົາຫຼີ
(ພາບປະກອບອີນເຕີແນັດ)
(vovworld) - ທ່ານ Jo Kyong –kyu, ລັດຖະມົນຕີກະຊວງສິ່ງແວດລ້ອມ ຈະພ້ອມກັບທ່ານ ເຈີ່ນຮົ່ງຮ່າ, ລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຫວຽດນາມ ເປັນປະທານຮ່ວມກອງປະຊຸມລັດຖະມົນຕີກະຊວງສິ່ງແວດລ້ອມ ຫວຽດນາມ - ສ. ເກົາຫຼີ ຄັ້ງທີ 13, ໄດ້ດຳເນີນຢູ່ ຮ່າໂນ້ຍ ໃນວັນທີ 29/3. 2 ຝ່າຍຈະປຶກສາຫາລືກ່ຽວກັບບັນຫາສິ່ງແວດລ້ອມທີ່ຍັງຄົງຄ້າງ ກໍ່ຄືບັນດາມາດຕະການເພື່ອແນໃສ່ເພີ່ມທະວີການຮ່ວມມືລະຫວ່າງ 2 ປະເທດໃນຂົງເຂດສິ່ງແວດລ້ອມຄື: ຄົ້ນຄ້ວາກ່ຽວກັບລັກສະນະຫຼາຍຮູບແບບຂອງສິ່ງມີຊີວິດ, ວິທີການບຳບັດນ້ຳເສຍຢູ່ບັນດາເຂດອຸດສາຫະກຳຂອງ ຫວຽດນາມ, ຮ່ວມມືກໍ່ສ້າງໂຮງງານໄຟຟ້າຈາກສິ່ງເສດເຫຼືອດ້ວຍຂອບຂະໜາດ 12 ຕື້ວອນ (ປະມານ 11 ລ້ານ USD). ນອກນັ້ນ, 2 ຝ່າຍຈະປຶກສາຫາລືຫຼາຍບັນຫາອື່ນອີກກ່ຽວກັບນະໂຍບາຍສິ່ງແວດລ້ອມ, ການສ້າງລະບົບຂໍ້ມູນຂ່າວສານກ່ຽວກັບສິ່ງແວດລ້ອມໂດຍກົງທາງເຄືອຂ່າຍອີນເຕີເນັດ ຫວຽດນາມ - ສ. ເກົາຫຼີ, ໜູນຊ່ວຍ ຫວຽດນາມ ໃນການບຳລຸງສ້າງພະນັກງານເຮັດວຽກງານສິ່ງແວດລ້ອມ.