ເພີ່ມທະວີການຮ່ວມມືດ້ານການຄ້າລະຫວ່າງ ຫວຽດນາມ ກັບ ພາກພື້ນເອີຣົບກາງ - ເອີຣົບ ຕາເວັນອອກ ແລະ ອາຊີ - ເອີຣົບ

(VOVWORLD) -   ວັນທີ 27 ພະຈິກ, ຢູ່ຮ່າໂນ້ຍ, ທະນາຄານແຫ່ງລັດ ຫວຽດນາມ ໄດ້ສົມທົບກັບ ທະນາຄານຮ່ວມມືເສດຖະກິດສາກົນ (IBEC), ຈັດຕັ້ງເວທີປາໄສດໍາເນີນທຸລະກິດ ດ້ວຍຫົວຂໍ້ “ເພີ່ມທະວີການຮ່ວມມືດ້ານການຄ້າກັບ ຫວຽດນາມ ກັບ ພາກພື້ນ ພາກພື້ນເອີຣົບກາງ - ເອີຣົບ ຕາເວັນອອກ ແລະ ອາຊີ - ເອີຣົບ”. 
ເພີ່ມທະວີການຮ່ວມມືດ້ານການຄ້າລະຫວ່າງ ຫວຽດນາມ ກັບ ພາກພື້ນເອີຣົບກາງ - ເອີຣົບ ຕາເວັນອອກ  ແລະ ອາຊີ - ເອີຣົບ - ảnh 1 ທ່ານນາງ ຫງວຽນທິຮົ່ງ ຮອງຜູ້ວ່າການທະນາຄານແຫ່ງລັດຫວຽດນາມ (ພາບ: nhandan.com.vn)

 ຢູ່ເວທີປາໄສ, ບັນດາຜູ້ແທນໄດ້ຍົກອອກຄໍາຕີລາຄາ, ວິເຄາະວິໄຈກ່ຽວກັບກາລະໂອກາດ ແລະ ກໍາລັງຄວາມສາມາດພັດທະນາການຮ່ວມມືດ້ານການຄ້າ ລະຫວ່າງ ຫວຽດນາມ ແລະ ບັນດາປະເທດ ໃນພາກພື້ນເອີຣົບກາງ - ເອີຣົບ ຕາເວັນອອກ ແລະ ອາຊີ - ເອີຣົບ.

        ເຫດການດັ່ງກ່າວ ໄດ້ເປີດກາລະໂອກາດຫຼາຍຢ່າງໃຫ້ IBEC ເສີມຂະຫຍາຍບົດບາດ ຄືດັ່ງເປີດປະຕູທີ່ສໍາຄັນ ເພື່ອແນໃສ່ເຊື່ອມຕໍ່ ແລະ ຊຸກຍູ້ການຮ່ວມມືດ້ານການຄ້າລະຫວ່າງຫວຽດນາມ ແລະ ບັນດາປະເທດສະມາຊິກຂອງ IBEC ເວົ້າສະເພາະ ແລະ ພາກພື້ນເອີຣົບກາງ - ເອີຣົບ ຕາເວັນອອກ ແລະ ອາຊີ - ເອີຣົບ ເວົ້າລວມ, ບົນພື້ນຖານເສີມຂະຫຍາຍ ແລະຍາດແຍ່ງບັນດາທ່າແຮງຂອງ ສັນຍາການຄ້າເສລີສະບັບຕ່າງໆທີ່ໄດ້ລົງນາມນັ້ນໃຫ້ດີທີ່ສຸດ.

        ໃນຂອບເຂດເວທີປາໄສ, ໄດ້ດໍາເນີນພິທີລົງນາມໃນບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມືດໍາເນີນທຸລະກິດ ລະຫວ່າງ IBEC ກັບບັນດາຄູ່່ຮ່ວມມືຂອງຫວຽດນາມ. ທະນາຄານ IBEC ມີສໍານັກງານຕັ້ງຢູ່ ມົດສະກູ, ປະເທດລັດເຊຍ ແມ່ນອົງການການເງິນສາກົນ ເຊິ່ງລວມມີ 8 ປະເທດຄື: ບຸນກາຣີ, ຫວຽດນາມ, ມົງໂກນ, ໂປໂລຍ, ສະຫະພັນລັດເຊຍ, ໂຣມາເນຍ, ສະໂລວາກີ ແລະ ສ.ເຊັກໂກ.


ຕອບກັບ

ຂ່າວ/ບົດ​ອື່ນ