ເພີ່ມທະວີການຮ່ວມມືດ້ານການ ທ່ອງທ່ຽວອາຊຽນ +3

ເພີ່ມທະວີການຮ່ວມມືດ້ານການ ທ່ອງທ່ຽວອາຊຽນ +3 - ảnh 1

ບັນດາ​ຜູ້​ແທນ​ທີ່​ການປະຊຸມ​

ລັດຖະມົນຕີ​ທ່ອງ​ທ່ຽວ​ອາ​ຊຽນ+3 ຄັ້ງທີ 11

(ພາບ: vietnamplus.vn/)

(vovworld): ໃນຂອບເຂດເວທີ​ປາ​ໄສ​ການທ່ອງ​ທ່ຽວ​ອາ​ຊຽນ ຄັ້ງທີ 32 (ATF-32), ວັນ​ທີ 21/1, ຢູ່​ນະຄອນຫຼວງ​ວຽງ​ຈັນ-​ລາວ, ​ໄດ້​ຈັດ​ສະ​ໄຫມ​ປະຊຸມ​ຄັ້ງທີ 11 ຂອງ​ບັນດາ​ທ່ານ​ລັດຖະມົນຕີ​ທ່ອງ​ທ່ຽວ​ອາ​ຊຽນ+3 (ຊື່​ງລວມມີ​ຈີນ, ຍີ່ປຸ່ນ ​ແລະ ສ​ເກົາຫຼີ). ​ເຂົ້າຮ່ວມ​ມີ​ບັນດາ​ທ່ານ​ລັດຖະມົນຕີ, ຮອງ​ລັດຖະມົ​ນຕີ, ການ​ນຳ​ຂະ​ແໜງ​ທ່ອງ​ທ່ຽວ​ຂອງ 10 ປະ​ເທດ​ອາ​ຊຽນ, ຈີນ, ຍີ່ປຸ່ນ ​ແລະ ສ​ເກົາຫຼີ ​ແລະ ທ່ານ​ເລ​ເລືອ​ງມີນ, ​ເລຂາທິການ​ໃຫ່ຍອາຊຽນ. ທີ່​ການ​ປະຊຸມ, ບັນດາ​ຜູ້​ແທນ​ໄດ້​ຍົກ​ອອກ​ຄວາມ​ສຳຄັນ​ຂອງ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ອາ​ຊຽນ ກັບ ຈີນ, ຍີ່ປຸ່ນ ​ແລະ ສ​ເກົາຫຼີ ​ໃນ​ຂົງ​ເຂດ​ການທ່ອງທ່ຽວ. ການ​ປະຊຸມ​ໄດ້​ຮັບຮອງ​ເອົາ​ແຜນການ​ຮ່ວມ​ມື​ທ່ອງ​ທ່ຽວອາ​ຊຽນ+3 ​ໄລຍະ 2013-2017, ລວມມີ​ການ​ຍົກ​ສູງ​ຄຸນ​ນະພາ​ບການທ່ອງທ່ຽວ, ການ​ພັດທະນາ​ທັກ​ສະ​ວິຊາ​ການ, ການ​ສຳ​ພັດ​ກັບ​ຕະຫຼາດ ​ແລະ ​ໂຄສະນາ​ການທ່ອງທ່ຽວ, ພັດທະນາ​ການທ່ອງທ່ຽວ​ທ່າ​ກຳ​ປັ່ນ, ​ໃຫ້​ຄຳໝັ້ນສັນຍາ​ຮ່ວມ​ມື​ກັນ​ພັດທະນາ​ຢ່າງ​ເລິກ​ເຊິ່ງກ້ວາງ​ຂວາງ​ຄືນ​ໃໝ່.

 

ຂ່າວ/ບົດ​ອື່ນ