(vovworld) - ວັນທີ 23/06, ຢູ່ Osaka, ປະເທດຍີ່ປຸ່ນ, ໄດ້ດຳເນີນ “ກອງປະຊຸມສຳມະນາດຳເນີນທຸລະກິດໃນຂົງເຂດອຸດສາຫະກຳໜູນຊ່ວຍຢູ່ຫວຽດນາມ”. ກອງປະຊຸມສຳມະນາແມ່ນເພື່ອແນໃສ່ແບ່ງປັນຄວາມສາມາດບົ່ມຊ້ອນ ແລະ ກາລະໂອກາດໃນການລົງທຶນ, ດຳເນີນທຸລະກິດລະຫວ່າງຫວຽດນາມ ແລະ ຍີ່ປຸ່ນ ດ້ວຍການເຂົ້າຮ່ວມຂອງ 120 ວິສາຫະກິດຢູ່ Osaka. ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານຫົວໜ້າກົງສູນໃຫຍ່ ເຈີນດຶກບິ່ງ ເນັ້ນໜັກວ່າ, ບັນດາທ່າແຮງຂອງຫວຽດນາມ ກ່ຽວກັບເງື່ອນໄຂທຳມະຊາດ, ແຫຼ່ງຊັບພະຍາກອນມະນຸດ, ຂອບຂະໜາດຂອງຕະຫຼາດ, ຄຳໝັ້ນສັນຍາປັບປຸງສະພາບແວດລ້ອມແຫ່ງການລົງທຶນຂອງລັດຖະບານຫວຽດນາມ. ທ່ານຫົວໜ້າສະຖານກົງສູນໃຫຍ່ ເຈີນດຶກບິ່ງ ຢືນຢັນວ່າ, ວິວັດການເຊື່ອມຕໍ່ເສດຖະກິດພາກພື້ນ ແລະ ສາກົນທີ່ນັບມື້ນັບເລິກເຊິ່ງ, ກວ້າງຂວາງ ຜ່ານປະຊາຄົມເສດຖະກິດອາຊຽນ ແລະ ສັນຍາຄູ່ຮ່ວມມືຂ້າມປາຊີຟິກ (TPP) ທີ່ໄດ້ຮັບການລົງນາມແລ້ວ ຈະຊ່ວຍໃຫ້ 2 ປະເທດຫວຽດນາມ - ຍີ່ປຸ່ນ ຈະມີແງ່ຫວັງ ແລະ ກາລະໂອກາດຫຼາຍຢ່າງກວ່າໃນການຮ່ວມມືດຳເນີນທຸລະກິດ
ສ່ວນຜູ້ຕາງໜ້າຂອງອົງການໜູນຊ່ວຍວິສາຫະກິດຂະໜາດກາງ ແລະ ນ້ອຍ, ທ່ານ Mitsunori Kawahara ຖືວ່າ, ນີ້ແມ່ນຈຸດເວລາທີ່ດີເພື່ອໃຫ້ບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍຂອງຍີ່ປຸ່ນ ຜັນຂະຫຍາຍການລົງທຶນດຳເນີນທຸລະກິດຢູ່ຫວຽດນາມ, ພິເສດແມ່ນໃນຂົງເຂດອຸດສາຫະກຳສຳຮອງ.