ເພີ່ມທະວີການຮ່ວມມືລະຫວ່າງກຳລັງປະກອບອາວຸດດັກນົງແລະແຂວງMondulkiriປະເທດກຳປູເຈຍ
ສອງຝ່າຍລົງນາມໃນບົດບັນທຶກຂໍ້ຕົກລົງຮ່ວມມື
ດ້ານການທະຫານ
(ພາບ:baodaknong.org.vn)
(vovworld) – ວັນທີ 6/5, ກອງບັນຊາການທະຫານແຂວງ ດັກນົງ ໄດ້ມີການເຈລະຈາກັບຄະນະປະຕິບັດງານອະນຸເຂດການທະຫານແຂວງ Mondulkiri (ກອງທັບລາດຊະວົງກຳປູເຈຍ) ກ່ຽວກັບການຮ່ວມມື 2 ຝ່າຍລະຫວ່າງກຳລັງປະກອບອາວຸດ 2 ແຂວງ. ທີ່ການເຈລະຈາ, ກຳລັງປະກອບອາວຸດ 2 ແຂວງ ໄດ້ລົງນາມໃນບົດບັນທຶກຂໍ້ຕົກລົງຮ່ວມມືດ້ານການທະຫານ. ຕາມນັ້ນແລ້ວຈະມີການແລກປ່ຽນຂໍ້ມູນຂ່າວສານ ແລະ ໜູນຊ່ວຍເຊິ່ງກັນ ແລະ ກັນເປັນປະຈຳເມື່ອມີໄພທຳມະຊາດ, ໂລກລະບາດ,ໄພໄໝ້ປ່າ…; ເພີ່ມທະວີການລາດຕະເວນກວດກາ, ຕິດຕາມກວດກາບັນດາເສັ້ນຊາຍແດນ ເພື່ອຕໍ່ສູ້, ສະກັດກັ້ນບັນດາອາດຊະຍາກຳຢ່າງທັນການ,
ພິເສດແມ່ນບັນດາກໍລະນີຂ້າມຊາຍແດນຢ່າງຜິດກົດໝາຍ… 2 ຝ່າຍສ້າງທຸກເງື່ອນໄຂສະດວກ ແລະ ຮັກສາຄວາມສະຫງົບປອດໄພ, ຄວາມເປັນ ສະຖຽນລະພາບ ເພື່ອໃຫ້ຄະນະປະຕິບັດງານປະຕິບັດສຳເລັດໜ້າທີ່ຂີດເສັ້ນຊາຍແດນ ແລະ ປັກຫຼັກໝາຍຊາຍແດນລະຫວ່າງ 2 ປະເທດເປັນຢ່າງດີ.