ເພີ່ມທະວີການຮ່ວມມືລະຫວ່າງພັກກອມມູນິດຫວຽດນາມແລະພັກFrelimo,ໂມຊຳບິກ
ເພີ່ມທະວີການຮ່ວມມືລະຫວ່າງ
ພັກກອມມູນິດຫວຽດນາມແລະພັກFrelimo,ໂມຊຳບິກ
(ພາບ: vietnamplus)
(vovworld) – ຄະນະຜູ້ແທນສະຖາບັນການເມືອງແຫ່ງຊາດໂຮ່ຈິມິນ ໂດຍທ່ານສາດສະດາຈານ, ດ.ຣ ຕ້າຫງອກເຕີນ, ກຳມະການສູນກາງພັກ, ຫົວໜ້າສະຖາບັນ ນຳໜ້າ, ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ໂມຊຳບິກ ໃນລະຫວ່າງວັນທີ 01 – 03/11, ເພື່ອແນໃສ່ເພີ່ມທະວີການພົວພັນຮ່ວມມືລະຫວ່າງພັກກອມມູນິດຫວຽດນາມ ແລະ ພັກຂະບວນການປົດປ່ອຍໂມຊຳບິກ (Frelimo) ໃນຂົງເຂດບຳລຸງສ້າງພະນັກງານ ແລະ ຄົ້ນຄວ້າວິທະຍາສາດ. ທີ່ບັນດາການເຮັດວຽກ, ການນຳຝ່າຍໂມຊຳບິກ ໄດ້ຂອບໃຈຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫຼືອ ແລະ ແບ່ງປັນບັນດາບົດຮຽນອັນລ້ຳຄ່າໃນການສ້າງ, ຄຸ້ມຄອງ ແລະ ຍົກສູງຄຸນນະພາບພະນັກງານ, ພິເສດແມ່ນພະນັກງານສືບທອດ ແລະ ພະນັກງານຄຸ້ມຄອງ. 2 ຝ່າຍກໍເຫັນດີເພີ່ມທະວີການແລກປ່ຽນພະນັກງານ, ນັກຮຽນນຳກັນໃນໄລຍະຈະມາເຖິງ.