ເພີ່ມທະວີການຮ່ວມມືລະຫວ່າງສະມາຄົມຄົນຕາບອດຫວຽດນາມແລະບັນດາອົງການບໍ່ຂຶ້ນກັບລັດຖະບານ
(ພາບປະກອບ)
(vovworld) – ກອງປະຊຸມສຳມະນາເພີ່ມທະວີການຮ່ວມມືລະຫວ່າງສະມາຄົມຄົນຕາບອດຫວຽດນາມ ແລະ ບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ດຳເນີນ ໃນວັນທີ 16/6 ຢູ່ຮ່າໂນ້ຍ.ກ່າວຄຳເຫັນນະທີນີ້, ທ່ານປະທານສະມາຄົມຄົນຕາບອດຫວຽດນາມ ກາວວັນແທ່ງ ປາດຖະໜາຢາກໄດ້ຮັບການຊ່ວຍເຫຼືອຈາກບັນດາອົງການສາກົນພາຍໃນ ແລະ ຕ່າງປະເທດ, ເພື່ອສ້າງເງື່ອນໄຂໃຫ້ສະມາຄົມຕົນຕາບອດຫວຽດນາມ ເຄື່ອນໄຫວດີກ່ວາ, ນຳມາເຊິ່ງຊີວິດການເປັນຢູ່ດີກ່ວາໃຫ້ແກ່ຄົນຕາບອດ. ທ່ານນາງເລຕວຽດຍຸງ ຮອງຫົວໜ້າກົມອຸປະກະລະສັງຄົມ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຢັ້ງຢືນວ່າ: ລັດຖະບັນຫວຽດນາມ ໄດ້ມີນະໂຍບາຍຫຼາຍສະບັບ, ມີການເຄື່ອນໄຫວເອົາໃຈໃສ່, ໜູນຊ່ວຍ, ຍົກສູງຊີວິດການເປັນຢູ່ໃຫ້ຄົນພິການເວົ້າລວມ, ຄົນຕາບອດເວົ້າສະເພາະ ແລະ ຍາມໃດກໍ່ສ້າງເງື່ອນໄຂໃຫ້ບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ໃນບັນດາການເຄື່ອນໄຫວໜູນຊ່ວຍຄົນພິການ. ໃນໄລຍະຈະມາເຖິງ, ຫວຽດນາມ ຈະຫັນເປັນຫຼາຍຮູບຫຼາຍແບບບັນດາວິທີການເພື່ອພັດທະນາວິທີຫາເງິນລ້ຽງຊີບໃຫ້ແກ່ຄົນຕາບອດ ຄຽງຂ້າງບັນດາຂະແໜງອາຊີບທີ່ເປັນມູນເຊື້ອ; ຮ່ຳຮຽນບັນດາຮູບແບບສົ່ງເສີມສຸຂະພາບກໍ່ຄືຊີວິດການເປັນຢູ່ໃຫ້ແກ່ຄົນຕາບອດຂອງບາງອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ຫຼື ບັນດາປະເທດຢູ່ໃນໂລກ.