ທ່ານ Lee Ki Kweon ແລະ ທ່ານ ຫວູດືກດາມ
(ພາບ: TTXVN)
(vovworld) – ທີ່ການຕ້ອນຮັບທ່ານ Lee Ki Kweon, ລັດຖະມົນຕີກະຊວງວຽກເຮັດງານທຳ ແລະ ແຮງງານ ສ. ເກົາຫລີ ດຳເນີນໃນຕອນບ່າຍວັນທີ 17/5, ທ່ານຮອງນາຍົກລັດຖະມົນຕີ ຫວູດືກດາມ ຕີລາຄາສູງເລື່ອງ ຫວຽດນາມ ແລະ ສ. ເກົາຫຼີ ເຊັນບົດບັນທຶກຊ່ວຍຈຳກ່ຽວກັບວຽກງານສົ່ງ ແລະ ຮັບຄົນງານ ຫວຽດນາມ ໄປເຮັດວຽກຢູ່ ສ. ເກົາຫຼີ ຕາມໂຄງການອອກໜັງສືອະນຸຍາດທຳງານໃຫ້ແກ່ຄົນງານຕ່າງປະເທດຂອງ ສ. ເກົາຫຼີ (EPS). ທ່ານຮອງນາຍົກລັດຖະມົນຕີ ຫວູດຶກກາມ ຖືວ່າ: ເຫດການນີ້ຈະປະກອບສ່ວນຊຸກຍູ້ການພົວພັນອັນດີງາມລະຫວ່າງ 2 ປະເທດ ແລະ ເພີ່ມທະວີການຮ່ວມມືໃນຂົງເຂດແຮງງານຍິ່ງກ່ວາອີກ. ທ່ານຮອງນາຍົກລັດຖະມົນຕີ ຫວູດືກດາມ ຢັ້ງຢືນວ່າ: ລັດຖະບານ ຫວຽດນາມ ຍາມໃດກໍ່ເອົາໃຈໃສ່, ສ້າງເງື່ອນໄຂສະດວກໃຫ້ແກ່ບັນດານັກລົງທຶນ, ຊາວ ສ. ເກົາຫຼີ ດຳເນີນທຸລະກິດ, ເຮັດວຽກງານ, ຮຳ່ຮຽນ, ລົງທຶນ, ດຳລົງຊີວິດຢູ່ ຫວຽດນາມ.