ເພີ່ມທະວີການຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ ແລະ ນອກແວ

(VOVWORLD) - ທ່ານນາງຮອງປະທານປະເທດ ຫວໍ້ທິແອັງຊວັນ ຕີລາຄາວ່າ ການພົວພັນຮ່ວມມື ຫວຽດນາມ - ນອກແວ ໃນໄລຍະຜ່ານມາໄດ້ພັດທະນາຢ່າງຕັ້ງໜ້າໃນທຸກຂົງເຂດ.
ເພີ່ມທະວີການຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ ແລະ ນອກແວ - ảnh 1ທ່ານນາງຮອງປະທານປະເທດ ຫວໍ້ທິແອັງຊວັນ ພົບປະເຈລະຈາກັບອົງມົງກຸດລາຊະກຸມມານ ນອກແວ Haakon Magnus
(ພາບ: TTXVN)

        ໂດຍສືບຕໍ່ລາຍການໄປຢ້ຽມຢາມລາຊະອານາຈັກ ນອກແວ ຢ່າງເປັນທາງການ, ວັນທີ 23 ພະຈິກ (ຕາມເວລາທ້ອງຖິ່ນ), ທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍ້ທິແອັງຊວັນ ໄດ້ພົບປະເຈລະຈາກັບອົງມົງກຸດລາຊະກຸມມານ ນອກແວ Haakon Magnus.

        ທີ່ການພົບປະ, ທ່ານນາງຮອງປະທານປະເທດ ຫວໍ້ທິແອັງຊວັນ ຕີລາຄາວ່າ ການພົວພັນຮ່ວມມື ຫວຽດນາມ - ນອກແວ ໃນໄລຍະຜ່ານມາໄດ້ພັດທະນາຢ່າງຕັ້ງໜ້າໃນທຸກຂົງເຂດ. ທ່ານນາງຮອງປະທານປະເທດ ປາດຖະໜາວ່າ ນອກແວ ສົມທົບກັນຊຸກຍູ້ການເຈລະຈາ, ລົງນາມໃນສັນຍາການຄ້າເສລີ (FTA) ລະຫວ່າງ ຫວຽດນາມ ແລະ ສະຫະສະມາຄົມການຄ້າເສລີ ເອີລົບ (EFTA) ກໍ່ຄືໜູນຊ່ວຍ ຫວຽດນາມ ປະຕິບັດຄຳໝັ້ນສັນຍາໃນຂອງເຂດຄູ່ຮ່ວມມືຫັນປ່ຽນພະລັງງານຢ່າງຍຸຕິທຳ (JETP).

        ສ່ວນອົງມົງກຸດລາຊະກຸມມານ ນອກແວ Haakon Magnus ໃຫ້ຄຳໝັ້ນສັນຍາວ່າ, ລາຊະອານາຈັກ ແລະ ລັດຖະບານ ນອກແວ ຈະສືບຕໍ່ໜູນຊ່ວຍ ຫວຽດນາມ ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການຫັນເປັນສີຂຽວ ແລະ ພັດທະນາພະລັງານທົດແທນ. ທ່ານຢືນຢັນວ່າ, ນອກແວ ພ້ອມແລ້ວຈະຮ່ວມມື, ໜູນຊ່ວຍ ຫວຽດນາມ ປະຕິບັດບັນດາຄຳໝັ້ນສັນຍາກ່ຽວກັບການຫັນເປັນສີຂຽວໃຫ້ບັນລຸຜົນສຳເລັດ, ພິເສດແມ່ນຄຳໝັ້ນສັນຍານຳການປ່ອຍກາກບອນເປັນ 0 ໃນປີ 2050.

        ແລະກໍ່ໃນວັນດຽວກັນ, ທ່ານນາງຮອງປະທານປະເທດ ຫວໍ້ທິແອັງຊວັນ ໄດ້ດຳເນີນການພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ນອກແວ Jonas Gahr Store ຢູ່ຫໍນາຍົກລັດຖະມົນຕີ. ຢູ່ທີ່ນີ້, ການນຳ 2 ທ່ານໄດ້ເຫັນດີຕ້ອງຄົ້ນຄວ້າຄວາມສາມາດສ້າງຕັ້ງຮ່ວມມືມີລັກສະນະຍຸດທະສາດໃນຫຼາຍຂົງເຂດເຊິ່ງ 2 ຝ່າຍມີທ່າແຮງ ແລະ ມີຄວາມຕ້ອງການ.

ຕອບກັບ

ຂ່າວ/ບົດ​ອື່ນ