ເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດລະຫວ່າງຫວຽດນາມ ແລະ ຊີຣີ
ທ່ານນາງຮອງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ
(ພາບ: TTXVN)
(vovworld) - ວັນທີ 1/4, ທີ່ສູນກອງປະຊຸມແຫ່ງຊາດ (ຮ່າໂນ້ຍ), ທ່ານນາງຮອງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ໃຫ້ການຕ້ອນຮັບທ່ານປະທານສະພາແຫ່ງຊາດຊີຣີ Mhd. Jihad Allaham ແລະ ຄະນະສະມາຊິກລັດຖະສະພາຊີຣີ ມາ ຫວຽດນາມ ເຂົ້າຮ່ວມກອງປະຊຸມໃຫຍ່ສະຫະພັນ ລັດຖະສະພາສາກົນຄັ້ງທີ 132 (IPU-132). ທ່ານນາງຮອງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຢືນຢັນວ່າ: ສະພາແຫ່ງຊາດຫວຽດນາມ ຕີລາຄາສູງການເຂົ້າຮ່ວມຂອງຄະນະສະມາຊິກລັດຖະສະພາຊີຣີ ຢູ່ ຮ່າໂນ້ຍ ແລະ ຖືນີ້ແມ່ນການກະທຳລະອຽດຂອງລັດຖະສະພາຊີຣີ ທີ່ສະໜັບສະໜູນສະພາແຫ່ງຊາດຫວຽດນາມ ຢູ່ເວທີປາໄສ IPU-132. ທ່ານນາງຮອງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ສະແດງຄວາມເຊື່ອໝັ້ນວ່າ: ພ້ອມກັບການຮ່ວມມືລະຫວ່າງ 2 ປະເທດ, ການຮ່ວມມືລະຫວ່າງ 2 ສະພາແຫ່ງຊາດ ຈະເຮັດໃຫ້ການພົວພັນສາມັກຄີ, ມິດຕະພາບລະຫວ່າງ 2 ສະພາແຫ່ງຊາດ ແລະ ປະຊາຊົນ 2 ປະເທດເລິກເຊິ່ງກ່ວາອີກ. ທ່ານນາງຮອງປະທານສະພາແຫ່ງຊາດຫວຽດນາມ ຢືນຢັນວ່າ: ຍາມໃດ ຫວຽດນາມ ກໍ່ຖືເປັນສຳຄັນການຊຸກຍູ້ສາຍພົວພັນມິດຕະພາບກັບ ຊີຣີ, ຫວຽດນາມ ພ້ອມແລ້ວທີ່ຈະຊຸກຍູ້ການຮ່ວມມືກັບສະພາແຫ່ງຊາດຊີຣີ, ນັບທັງ 2 ຝ່າຍ ແລະ ຫຼາຍຝ່າຍ. ທ່ານນາງຮອງປະທານສະພາແຫ່ງຊາດຫວຽດນາມ ປາດຖະໜາວ່າ: ຄະນະສະມາຊິກສະພາແຫ່ງຊາດ 2 ປະເທດ ສະໜັບສະໜູນເຊິ່ງກັນ ແລະ ກັນໃນບັນດາເວທີປາໄສລະຫວ່າງລັດຖະສະພາສາກົນ ແລະ ແບ່ງປັນບັນດາບັນຫາສາກົນເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.