ເພີ່ມທະວີການຮ່ວມມື ການຄ້າລະຫວ່າງບັນດາ ທ້ອງຖິ່ນຂອງ ຫວຽດນາມ ແລະ ອີຕາລີ
ຮ່ວມມືການຄ້າລະຫວ່າງບັນດາທ້ອງຖິ່ນຂອງ ຫວຽດນາມ ແລະ ອີຕາລີ
(ພາບ: vietnamplus)
(vovworld) - ການຮ່ວມມືການຄ້າ ແລະ ການລົງທຶນລະຫວ່າງບັນດາທ້ອງຖິ່ນຂອງ ຫວຽດນາມ ແລະ Puglia, ເຂດນຳໜ້າພາກໃຕ້ ອີຕາລີກ່ຽວກັບການເຄື່ອນໄຫວເສດຖະກິດການລົງທືນສາກົນ, ໄດ້ກ້າວຂື້ນສູ່ລະດັບພັດທະນາໃໝ່ໂດຍຜ່ານການຕົກລົງກັນຈັດຕັ້ງເວທີປາໄສເສດຖະກິດ Puglia - ຫວຽດນາມ ເພື່ອດຶງດູດບັນດານວິສາຫະກິດເຂດນີ້ ແລະ ສ້າງຕັ້ງຫ້ອງການເສດຖະກິດ ຫວຽດນາມ ໜຶ່ງແຫ່ງປະຈຳ ພາກໃຕ້ ອີຕາລີ. ການປ່ຽນແປງອັນຂະຫຍັນຂັນແຂງດັ່ງກ່າວແມ່ນໝາກຜົນຂອງການຢ້ຽມຢາມ ແລະ ເຮັດວຽກທີ່ Puglia ຂອງທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ອີຕາລີ ຫງວຽນຮ່ວາງລອງ ໃນສອງມື້ຄືວັນທີ 5 – 6/11 ຜ່ານມາ.
ທີ່ການພົບປະ, ທ່ານເອກອັກຄະລັດຖະທູດ ຫງວຽນຮ່ວາງລອງ ແລະ ອຳນາດການປົກຄອງເຂດ Puglia ໄດ້ຕົກລົງສົມທົບກັນຈັດຕັ້ງເວທີປາໄສເສດຖະກິດ Puglia - ຫວຽດນາມ ເຊິ່ງຄາດວ່າຈະຈັດຂຶ້ນໃນທ້າຍເດືອນ 3/2014, ພ້ອມທັງຈະເຊິີນບັນດາວິສາຫະກິດຂອງບັນດາເຂດພາກໃຕ້ ອີຕາລີ ເຂົ້າຮ່ວມນຳ. ສອງຝ່າຍກໍ່ຈະພ້ອມກັນຄົ້ນຄວ້າຄວາມອາດສາມາດໃນການເປີດຫ້ອງການຮ່ວມມືເສດຖະກິດ ຫວຽດນາມ ປະຈຳເຂດ Puglia ໂດຍມີການສະໜັບສະໜູນຈາກອຳນາດການປົກຄອງທ້ອງຖິ່ນ ກໍ່ຄື ຂອງບັນດາສະຫະພັນວົງການເຈົ້າຂອງອຸດສາຫະກຳເຂດ ເພື່ອ ໃຫ້ຂໍ້ມູນຂ່າວສານຢ່າງຊັດເຈນ, ທັນການ ແລະ ສະໜັບສະໜູນໃຫ້ບັນດາວິສາຫະກິດລະດັບກາງ ແລະ ໜ້ອຍໄດ້ພົວພັນຮ່ວມມືກັນ. ນອກຈາກນັ້ນ, ເພື່ອຊຸກຍຸການແລກປ່ຽນວັດທະນາທຳລະຫວ່າງບັນດາທ້ອງຖິ່ນຂອງ ຫວຽດນາມ ແລະ ເຂດ Puglia, “ ຊຸມວັນຂອງຫວຽດນາມທີ່ເຂດ Puglia “ ກໍ່ຈະຖືກຈັດຂຶ້ນໃນກາງເດືອນ 3/2014 ຢູ່ Bari ແລະ Lecce ຊຶ່ງແມ່ນສອງນະຄອນໃຫຍ່ສຸດຂອງເຂດນີ້.