ເພີ່ມທະວີການຮ່ວມມື ດ້ານເສດຖະກິດ ຫວຽດນາມ - ລາວ

ເພີ່ມທະວີການຮ່ວມມື  ດ້ານເສດຖະກິດ ຫວຽດນາມ - ລາວ - ảnh 1
ທ່ານຮອງນາຍົກລັດຖະມົນຕີ ສປປ ລາວ
 ສົມສະຫວາດ ເລັ່ງສະຫວັດ
ພາບ:internet


(vovworld) -  ​ເມື່ອ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ວິທະຍຸ​ກະຈາຍ​ວຽງ​ ຫວຽດນາມ ກ່ຽວ​ກັບ​ສະພາບ​ການ​ລົງທຶນ​ຂອງບັນດາ​ວິ​ສາ​ຫະກິດ ຫວຽດນາມ ຢູ່ ລາວ, ​ເນື່ອງ​ໃນ​ໂອກາດ​ປີ​ແຫ່ງ​ຄວາມ​ສາມັກຄີ​ມິດຕະພາບ ຫວຽດນາມ - ລາວ, ທ່ານ ສົມ​ສະຫວາດ ​ເລ່ັງສະຫວັດ ກຳມະການ​ກົມ​ການ​ເມືອງ, ຮອງ​ນາຍົກລັດຖະມົນຕີ ຜູ້​ປະຈຳ​ລັດຖະບານ ລາວ, ປະທານ ຄະນະກຳມະການຮ່ວມ​ມື ລາວ ຫວຽດນາມ ​ໃຫ້​ຮູ້​ວ່າ: ການ​ພົວພັນ​ຮ່ວມ​ມື​ດ້ານ​ເສດຖະກິດ​ລະຫວ່າງ 2 ປະ​ເທດ​ໃນ​ປີ​ນີ້​ແມ່ນ​ດີກ​ວ່າ​ປີ​ກາຍ. ລະອຽດ​ຄື: ວົງ​ເງິນ​ການ​ຄ້າ​ປີ​ກາຍ​ບັນລຸ​ກວ່າ 400 ລ້ານ USD, ປີ​ນີ້​ບັນລຸ​ກວ່າ 500 ລ້ານ USD. ກ່ຽວ​ກັບ​ຂົ​ງ​ເຂດ​ການ​ລົງທຶນ, ວິ​ສາ​ຫະກິດ ຫວຽດນາມ ລົງທຶນ​ເຂົ້າ​ລາວ​ນັບ​ແຕ່​ປີ 2008 ມາ​ຮອດ​ປະຈຸ​ບັນ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ. ຫວຽດນາມ ​ແມ່ນ​ຫນຶ່ງ​ໃນ 3 ປະ​ເທດ​ນຳ​ຫນ້າ​ກ່ຽວ​ກັບ​ການ​ລົງທຶນ​ຂອງ​ຕ່າງປະ​ເທດ​ ຢູ່ລາວ ​ແລະ ສ່ວນ​ຫລາຍ​ແມ່ນ​ຂົງ​ເຂດ​ໄຟຟ້າ, ປູກ​ຕົ້ນ​ຢາງພາລາ. ທ່ານ​ຮອງ​ນາຍົກລັດຖະມົນຕີ ລາວ ສົມ​ສະຫວາດ​ ​ເລັ່ງສະຫວັດ ກໍ​ສະ​ແດງ​ຄວາມ​ປາດ​ຖະຫນາ​ຢາກ​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ສືບ​ຕໍ່ ​ເປີດ​ກວ້າງ​ຂົງ​ເຂດ​ການ​ລົງທຶນ​ເຂົ້າ​ລາວ ​ໃນ​ອະນາຄົດ.

        “ຂ້າພ​ະ​ເຈົ້າ​ປາດ​ຖະຫນາ​ວ່າ ບັນດາ​ວິ​ສາ​ຫະກິດ ຫວຽດນາມ ມາລາ​ວ ​ເພື່ອ​ປູກ​ຜັກ​ປອດ​ສານພິດ​ເພື່ອ​ສົ່ງ​ອອກ. ປະຈຸ​ບັນ ປະຊາຊົນ​ລາວ​ພວມ​ປູກ​ສາລີ, ມັນ​ຕົ້ນ, ສ່ວຍ​ຫລາຍ​ແມ່ນ​ສົ່ງ​ອອກ​ວັດຖຸ​ດິບ ​ແລະ ຢາກ​ເພີ່ມ​ຄຸນຄ່າ​ຂອງ​ມັນ​ຕ້ອງ​ມີ​ໂຮງງານ​ປຸ້ງ​ແຕ່ງ. ​ໄມ້​ກໍ​ຄື​ແນວ​ນັ້ນ, ພວກ​ຂ້າພະ​ເຈົ້າ​ຢາກ​ເຊີນ​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ມາລາ​ວ​ເພື່ອ​ສ້າງ​ໂຮງງານ​ປຸ້ງ​ແຕ່ງ​ໄມ້​ສຳ​ເລັດ​ຮູບ. ຂົງ​ເຂດ​ສາທາລະນະ​ສຸກ​ກໍ​ຕ້ອງການ​ການ​ລົງທຶນ, ​ໄປ​ຄຽງ​ຄູ່​ກັນ​ນັ້ນ ​ໃນ​ຂົ​ງ​ເຂດ​ການ​ສຶກສາ, ພວກ​ຂ້າພະ​ເຈົ້າ​ສົ່ງ​ເສີມ​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ມາ​ລົງທຶນ​ກໍ່ສ້າງ​ໂຮງຮຽນ​ຢູ່​ລາວ, ພິ​ເສດ ​ໂຮງຮຽນ​ເຕັກນິກ​ເທັກ​ໂນ​ໂລ​ຊີ​ສູງ.”

Quoc Khanh ນັກ​ຂ່າວ VOV ປະຈຳ​ ສປປ ລາວ

 

ຂ່າວ/ບົດ​ອື່ນ