ເພີ່ມທະວີການຮ່ວມມື ຫວຽດນາມ - ລາວ

(VOVWORLD) - ວັນທີ 25 ກໍລະກົດ, ທີ່ສຳນັກງານສູນກາງພັກປະຊາຊົນປະຕິວັດ ລາວ, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ ໄດ້ໃຫ້ການຕ້ອນຮັບທ່ານ ຫວໍວັນເຖືອງ ຫົວໜ້າຄະນະໂຄສະນາສຶກສາສູນກາງພັກກອມມູນິດ ຫວຽດນາມ ນຳໜ້າຄະນະມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມສຳມະນາທິດສະດີຄັ້ງທີ 6 ລະຫວ່າງ 2 ພັກ.
ເພີ່ມທະວີການຮ່ວມມື ຫວຽດນາມ - ລາວ - ảnh 1  ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ ໄດ້ໃຫ້ການຕ້ອນຮັບທ່ານ ຫວໍວັນເຖືອງ ຫົວໜ້າຄະນະໂຄສະນາສຶກສາສູນກາງພັກກອມມູນິດ ຫວຽດນາມ

ນະທີ່ນີ້, ທ່ານຫົວໜ້າຄະນະໂຄສະນາສຶກສາສູນກາງພັກກອມມູນິດ ຫວຽດນາມ ຫວໍວັນເຖືອງ ໄດ້ສະແດງຄວາມເສົ້າສະຫລົດໃຈຢ່າງສຸດຊີງ ແລະ ສົ່ງຄຳຢື້ຢາມຖາມຂ່າວຢ່າງຈິງໃຈເຖິງພັກ, ລັດ ແລະ ປະຊາຊົນ ລາວ ຢູ່ເຂດປະສົບເຄາະຮ້າຍ ຍ້ອນເຂື່ອນກັ້ນນ້ຳແຕກ; ທ່ານ ຫວໍວັນເຖືອງ ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳນຳພາຂອງພັກປະຊາຊົນປະຕິວັດ ລາວ, ປະຊາຊົນ ລາວ ຢູ່ເຂດປະສົບເຄາະຮ້າຍ ຈະແກ້ໄຂຜົນຮ້າຍຢ້ອນຫລັງ, ຟື້ນຟູການຜະລິດ ແລະ ກັບຄືນສູ່ຊີວິດເປັນປົກກະຕິໂດຍໄວ.

        ເມື່ອແລກປ່ຽນກ່ຽວກັບການພົວພັນ ຫວຽດນາມ - ລາວ, ທ່ານ ຫວໍວັນເຖືອງ ຢືນຢັນວ່າ ຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນ ພ້ອມກັບລາວ ຮັກສາ, ເພີ່ມພູນຄູນສ້າງ ແລະ ຖ່າຍຖອດໃຫ້ບັນດາຄົນລຸ້ນຫລັງກ່ຽວກັບການພົວພັນແບບພິເສດ ຫວຽດນາມ - ລາວ.

        ສ່ວນທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ ປາດຖະໜາວ່າ: ຄະນະໂຄສະນາສຶກສາສູນກາງພັກ 2 ປະເທດ ຈະສືບຕໍ່ເພີ່ມທະວີການແບ່ງປັນຂໍ້ມູນຂ່າວສານ, ແລກປ່ຽນບັນດາຫົວເລື່ອງສະເພາະ ແລະ ຫົວເລື່ອງຄົ້ນຄວ້າ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ ເພື່ອເຮັດແຈ້ງບັນດາບັນຫາຮີບດ່ວນ ທີ່ໄດ້ ແລະ ພວມວາງອອກໃນກິດຈະການປ່ຽນແປງໃໝ່, ສ້າງສາ ແລະ ປົກປັກຮັກສາປະເທດຊາດຂອງແຕ່ລະປະເທດ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ