ເພີ່ມທະວີການຮ່ວມສຳພັນບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດມີຄຸນນະພາບສູງ
(ພາບ:ictnews.vn)
(vovworld) – ວັນທີ 29/9, ຢູ່ຮ່າໂນ້ຍ, ສະຖາບັນຄົ້ນຄວ້າຄຸ້ມຄອງເສດຖະກິດສູນກາງ ສົມທົບກັບອົງການຮ່ວມມືສາກົນ ຍີ່ປຸ່ນ (JICA) ຈັດຕັ້ງກອງປະຊຸມສຳມະນາການຮ່ວມມືບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ຊຸກຍູ້ປະຕິບັດແຜນການດຳເນີນງານບັນດາຂະແໜງການໃນຍຸດທະສາດຫັນເປັນອຸດສາຫະກຳໃນຂອບເຂດຮ່ວມມື ຫວຽດນາມ - ຍີ່ປຸ່ນ. ບັນດາການທາບທາມຄວາມເຫັນທີ່ກອງປະຊຸມສຳມະນາຢືນຢັນວ່າ: ແຫຼ່ງຊັບພະຍາກອນມະນຸດໄດ້ຜ່ານບຳລຸງສ້າງມີຄຸນນະພາບສູງ ແມ່ນປັດໃຈພິເສດສຳຄັນໃນການຍົກສູງສະມັດຕະພາບການອອກແຮງງານ ແລະ ປະກອບສ່ວນປະຕິບັດສຳເລັດວິວັດການຫັນເປັນອຸດສາຫະກຳຢູ່ ຫວຽດນາມ. ທ່ານນາງ ດຣ ຫງວຽນທິເຕວແອງ ຮອງຫົວໜ້າສະຖາບັນຄົ້ນຄວ້າຄຸ້ມຄອງເສດຖະກິດສູນກາງຖືວ່າ:
“ ຫວຽດນາມ ເຂົ້າຮ່ວມປະຊາຄົມເສດຖະກິດ ອາຊຽນ ແລະ ໃນເວລາຈະມາເຖິງ ຕະຫລາດແຮງງານຂອງ ຫວຽດນາມ ກໍເຊື່ອມໂຍງເຂົ້າກັບສາກົນ. ພວກເຮົາພວມມີກາລະໂອກາດຫລວງຫລາຍ ເພື່ອສາມາດເພີ່ມຄຸນນະພາບແຫຼ່ງແຮງງານຂອງຕົນ, ແຕ່ຂ້າພະເຈົ້າຄິດວ່າ ສິ່ງທີ່ສຳຄັນທີ່ສຸດຢູ່ນີ້ ແມ່ນຕ້ອງເຮັດແນວໃດ ກຳແໜ້ນກາລະໂອກາດຂອງການເຊື່ອມໂຍງນີ້ ເພື່ອຮ່ວມສຳພັນກັບຕ່າງປະເທດ, ພິເສດແມ່ນບັນດາປະເທດທີ່ມີບົດຮຽນຫລາຍກ່ວາ, ລະດັບການພັດທະນາສູງກ່ວາ ແລະ ພວກເຮົາຄວນຮ່ວມສຳພັນກັບພວກເຂົາ, ກັບບັນດາວິສາຫະກິດ, ຕ້ອງມີບັນດາຮູບແບບຮ່ວມສຳພັນທີ່ມຸ່ງໄປສູ່ຕົວຈິງ ແລະ ວິສາຫະກິດ”