ເພີ່ມທະວີການເຊື່ອມຕໍ່ນັກສຶກສາບັນດາປະເທດອາຊຽນຢູ່ອົດສະຕາລີຕາເວັນຕົກ

ເພີ່ມທະວີການເຊື່ອມຕໍ່ນັກສຶກສາບັນດາປະເທດອາຊຽນຢູ່ອົດສະຕາລີຕາເວັນຕົກ - ảnh 1
ກອງ​ປະຊຸມ​ສຳ​ມະ​ນາ​ (ພາບ: ຫວຽດນາມ+)

(vovworld) - ສະຖານກົງສູນ​ການ​ຕ່າງປະ​ເທດ​ພ້​ອມກັບ​ສະມາຄົມ​ນັກ​ສຶກສາ​ບັນດາ​ປະ​ເທດ ອາ​ຊຽນ ຢູ່​ນະຄອນ Perth, ລັດ ອົດ​ສະ​ຕາ​ລີ​ຕາ​ເວັນ​ຕົກ, ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ດ້ວຍ​ຫົວ​ຂໍ້​ວ່າ “ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ ອາ​ຊຽນ ກ່ຽວ​ກັບ​ສິດທິ​ມະນຸດ: ​ແງ່​ຫວັງ ​ແລະ ສິ່ງ​ທ້າ​ທາຍ”. ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ​ມີຫົວໜ້າ​ສະຖານກົງສູນ​ໃຫຍ່ ມາ​ເລ​ເຊຍ, ອິນ​ໂດ​ເນ​ເຊຍ ​ແລະ ຫວຽດນາມ ພ້ອມ​ກັບ​ນັກ​ສຶກສາ​ເກືອບ 100 ຄົນ​ທີ່​ມາ​ຈາກ 9 ປະ​ເທດ ອາ​ຊຽນ ພວມ​ຮ່ຳຮຽນ​ຢູ່​ບັນດາ​ມະຫາວິທະຍາ​ໄລ​ຢູ່ລັດ ອົດ​ສະ​ຕາ​ລີ​ຕາ​ເວັນ​ຕົກ. ນີ້​ແມ່ນ​ເຫນ​ການ​ທຳ​ອິດ​ໄດ້ຮັບ​ການ​ຈັດ​ຕັ້ງ ພາຍ​ໃຕ້​ການ​ອຸປະຖຳ​ຂອງ​ສະຖານກົງສູນ​ໃຫຍ່​ບັນດາ​ປະ​ເທດ ມາ​ເລ​ເຊຍ, ອິນ​ໂດ​ເນ​ເຊຍ ​ແລະ ຫວຽດນາມ ​ເພື່ອ​ແນ​ໃສ່ສ້າງ​ເງື່ອນ​ໄຂ​ໃຫ້​ນັກ​ສຶກສາ​ບັນດາ​ປະ​ເທດ​ສະມາຊິກ ອາ​ຊຽນ ​ເຂົ້າ​ຮ່ວມ​ດ້ວຍ​ບົດບາດ​ເປັນນັກ​ບັນ​ລະ​ຍາຍ, ຜູ້​ປະສານ​ງານ ​ແລະ ນັກ​ປຶກສາ​ຫາລື. ຈຸດປະສົງ​ຂອງ​ກອງ​ປະຊຸມ​ສຳ​ມະ​ນາ​ແມ່ນ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ເຊື່ອ​ມຕໍ່​ປະຊາຊົນ​ໃນ​ອາ​ຊຽນ, ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍ​ແມ່ນ​ນັກ​ສຶກສາ ອາ​ຊຽນ ທີ່​ພວມ​ຮຳ່ຮຽນ​ຢູ່ ອົດ​ສະ​ຕາ​ລີ​ຕາ​ເວັນ​ຕົກ. ນອກຈາກວາລະ​ປະຊຸມ​ສຳ​ມະ​ນາ​ລວ​ມ, ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ຜູ້​ຕາງໜ້າ​ນັກ​ສຶກສາ ມາ​ເລ​ເຊຍ, ບັນດາ​ຜູ້​ແທນ​ເຂົ້າ​ຮ່ວມ ກໍ່​ໄດ້​ຮັບ​ຟັງ​ຜູ້ຕາງໜ້າ​ນັກສຶກສາ ຫວຽດນາມ, ອິນ​​ໂອ​ເນ​ເຊຍ, ມາ​ເລ​ເຊຍ ​ແລະ ບຣຸ​ໄນ ລາຍ​ງານກ່ຽວ​ກັບ​ສະພາບ​ການ​ຕົວ​ຈິງ, ​ແງ່​ຫວັງ ​ແລະ ການທ້າ​ທາຍຂອງ​ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ​ ອາ​ຊຽນ ກ່ຽວກັບ​ສິດທິ​ມະນຸ​ດ.

ຂ່າວ/ບົດ​ອື່ນ