ເພີ່ມທະວີການໂຄສະນາຂໍ້ມູນຂ່າວຕ່າງປະເທດມີບົດບາດສຳຄັນໃນພາລະກິດພັດທະນາແລະປົກປັກຮັກສາປະເທດຊາດ
(ທ່ານຜູ້ອຳນວຍການໃຫຍ່ VOV ຫງວຽນດັງຕ໋ຽນ
ເຮັດວຽກກັບພະນັກງານຂອງສະຖານທູດຫວຽດນາມ ປະຈຳສ.ເຊັກໂກ)
(vovworld) - ໃນຍຸດທະສາດພັດທະນາຂອງຕົນ, ວິທະຍຸກະຈາຍສຽງຫວຽດນາມ (VOV) ຍາມໃດກໍ່ເອົາໃຈໃສ່ເຖິງການໂຄສະນາຂໍ້ມູນຂ່າວຕ່າງປະເທດ, ຊ່ວຍໃຫ້ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ບັນດາປະເທດອື່ນໆເຂົ້າໃຈກວ່າກ່ຽວກັບປະເທດຊາດ, ມະນຸດ ແລະ ວັດທະນະທຳຂອງຫວຽດນາມ, ຊຸກຍູ້ການໂຄສະນາຮູບພາບ ແລະ ການພົບປະແລກປ່ຽນກັບສາກົນ. ສິ່ງດັ່ງກ່າວໂດຍທ່ານຜູ້ອຳນວຍການໃຫຍ່ VOV ຫງວຽນດັງຕ໋ຽນ ຢືນຢັນ ເມື່ອໄປຢ້ຽມຢາມ ແລະ ເຮັດວຽກກັບພະນັກງານຂອງສະຖານທູດຫວຽດນາມ ປະຈຳສ.ເຊັກໂກ, ໃນວັນທີ 13/07. ທ່ານຜູ້ອຳນວຍການໃຫຍ່ ຫງວຽນດັງຕ໋ຽນ ໄດ້ແຈ້ງໃຫ້ສະຖານທູດຫວຽດນາມ ປະຈຳສ.ເຊັກໂກ ຊາບກ່ຽວກັບການເປີດສະຫຼອງສຳນັກງານ VOV ປະຈຳນະຄອນຫຼວງ Praha ໃນວັນທີ 14/07 ແລະ ປາດຖະໜາວ່າ, ສະຖານທູດສືບຕໍ່ເອົາໃຈໃສ່ ແລະ ມີບັນດາການໜູນຊ່ວຍຢ່າງທັນການເພື່ອໃຫ້ສຳນັກງານດັ່ງກ່າວເຄື່ອນໄຫວຢ່າງມີປະສິດທິຜົນ. ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳສ.ເຊັກໂກ ເຈືອງແມ້ງເຊີນ ຖືວ່າ, ການເພີ່ມທະວີການໂຄສະນາຂໍ້ມູນຂ່າວຕ່າງປະເທດ ມີບົດບາດສຳຄັນຍິ່ງໃນພາລະກິດພັດທະນາ ແລະ ປົກປັກຮັກສາປະເທດຊາດ. ທ່ານເອກອັກຄະລັດຖະທູດ ເນັ້ນໜັກວ່າ, ເລື່ອງເປີດສຳນັກງານ VOV ປະຈຳເຊັກໂກ ຈະປະກອບສ່ວນເພີ່ມທະວີອິດທິພົນຊື່ສຽງຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ເຊັກໂກ, ຊ່ວຍອະນຸລັກຮັກສາວັດທະນະທຳຂອງຊາດ, ຊຸກຍູ້ການເຊື່ອມໂຍງ ແລະ ປະກອບສ່ວນເຂົ້າໃນການພັດທະນາຂອງສັງຄົມເຊັກໂກ.