ເພີ່ມທະວີການໂຄສະນາຜະລິດຕະພັນກະເສດປອດໄພຂອງຫວຽດນາມໄປສູ່ໂລກ
ງານຕະຫລາດນັດການວາງສະແດງ
ກະສິກຳສາກົນຄັ້ງທີ 6 AgroViet 2016
(vovworld) – ຕອນເຊົ້າວັນທີ 11/11 ງານຕະຫລາດນັດການວາງສະແດງກະສິກຳສາກົນຄັ້ງທີ 6 AgroViet 2016 ຖືກໄຂຂຶ້ນຢູ່ ຮ່າໂນ້ຍ ດ້ວຍຫົວຂໍ້ວ່າ “ຜະລິດຕະພັນກະເສດຮັບປະກັນຄຸນນະພາບ, ສຸຂະອະນາໄມດ້ານອາຫານ”. ກ່າວຄຳເຫັນໄຂງານຕະຫລາດນັດ ທ່ານ ເລກວກຢວັນ ຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດຊີ້ແຈ້ງວ່າ:
“ງານຕະຫລາດນັດໄດ້ຈັດຕັ້ງ ເພື່ອແນໃສ່ປະຕິບັດຄຳສັ່ງຂອງນາຍົກລັດຖະມົນຕີກ່ຽວກັບການເພີ່ມທະວີຄວາມຮັບຜິດຊອບຂອງລັດກ່ຽວກັບຄວາມປອດໄພສຸຂະອະນາໄມດ້ານອາຫານ, ພ້ອມທັງ ເປີດກ້ວາງການຊອກຫາຕະຫລາດຈຳໜ່າຍຜະລິດຕະພັນກະເສດເປັນປົກກະຕິ ມີຄຸນຄ່າສູງ ລວມມີຕະຫລາດສົ່ງອອກ ແລະ ຕະຫລາດບໍລິໂພກຢູ່ພາຍໃນປະເທດ, ຫັນແຜນການດຳເນີນງານ “ປີປອດໄພສຸຂະອະນາໄມດ້ານອາຫານ” ໃຫ້ປະກົດຜົນເປັນຈິງຊຸກຍູ້ກະສິກຳ ຜ່ານຜ່າຄວາມຫຍຸ້ງຍາກ ແລະ ຟື້ນຟູການພັດທະນາ. ກະຊວງກະສິກຳ ແລະ ພັດທະນາຊົນນະບົດເຊື່ອໝັ້ນວ່າ ງານຕະຫລາດນັດ ແມ່ນໂອກາດຊ່ວຍໃຫ້ບັນດາທ້ອງຖິ່ນ, ວິສາຫະກິດ ໂຄສະນາເຜີຍແຜ່ຜະລິດຕະພັນກະເສດ, ສ້າງຂົວຕໍ່ການຜະລິດ ແລະ ການຈຳໜ່າຍ ປະກອບສ່ວນຍົກສູງເຄື່ອງໝາຍຜະລິດຕະພັນກະເສດຢູ່ຕະຫລາດພາຍໃນ ແລະ ຕ່າງປະເທດ.”