ເພີ່ມທະວີກຳລັງບົ່ມຊ້ອນ, ທ່າຮົບປ້ອງກັນຊາດຂອງປະເທດ
(ພາບປະກອບ / TTXVN)
(vovworld) – ເມື່ອຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ ເນື່ອງໃນໂອກາດບຸນເຕັດ, ທ່ານພົນເອກ ໂງຊວນລີກ ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ເນັ້ນໜັກວ່າ: ປີ 2017 ຄາດຄະເນວ່າ ແມ່ນປີທີ່ສະພາບການໂລກ, ພາກພື້ນຈະມີການຜັນແປຫລາຍຢ່າງ ຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ວຽກງານພົວພັນຕ່າງປະເທດດ້ານປ້ອງກັນຊາດສືບຕໍ່ໄດ້ຮັບການຊາບຊຶມດ ປະຕິບັດມະຕິເລກທີ 22 ຂອງ ກົມການເມືອງ (ຊຸດ 11) ກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນ ຢ່າງເຂັ້ມງວດ; ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນກ່ຽວກັບການປ້ອງກັນຊາດ, ສ້າງຄວາມໄວ້ເນື້ອເຊື່ອໃຈຍຸດທະສາດ, ປະກອບສ່ວນຍົກສູງຮູບພາບ, ທີ່ຕັ້ງຂອງປະເທດຊາດ, ກອງທັບປະຊາຊົນ ຫວຽດນາມ ບົນເວທີສາກົນ. ທັດສະນະກ່ຽວກັບການພົວພັນຕ່າງປະເທດດ້ານປ້ອງກັນຊາດຕ້ອງສະແດງໃຫ້ໄດ້ຄວາມຕັດສິນໃຈຂອງທົ່ວພັກ, ທົ່ວປະຊາຊົນ, ທົ່ວກອງທັບແມ່ນ ສະກັດກັ້ນ, ຍູ້ໄພສົງຄາມໃຫ້ຖອຍໄປ, ປົກປັກຮັກສາເອກະລາດ, ອະທິປະໄຕ, ເອກະພາບ, ຜືນແຜ່ນດິນອັນຄົບຖ້ວນໃຫ້ໝັ້ນຄົງ, ຮັກສາສະພາບແວດລ້ອມແຫ່ງການສັນຕິພາບ, ສະຖຽນລະພາບ ເພື່ອກໍ່ສ້າງ ແລະ ພັດທະນາປະເທດຊາດ. ພ້ອມກັນນັ້ນ ເປັນເຈົ້າການປ້ອງກັນ, ຕ້ານ “ການຜັນແປເອງ”, “ຫັນປ່ຽນເອງ” ຢູ່ພາຍໃນຕິດພັນກັບການຍູ້ແຮງການຕໍ່ສູ້ຕ້ານ “ການຜັນແປສັນຕິພາບ” ໃນຂົງເຂດແນວຄວາມຄິດ, ວັດທະນະທຳ.