ເພີ່ມທະວີຄວາມຮູ້ກ່ຽວກັບອາຊຽນເພື່ອຍູ້ແຮງວິວັດທະນາການເຊື່ອມໂຍງເຂົ້າກັບສາກົນ

ເພີ່ມທະວີຄວາມຮູ້ກ່ຽວກັບອາຊຽນເພື່ອຍູ້ແຮງວິວັດທະນາການເຊື່ອມໂຍງເຂົ້າກັບສາກົນ - ảnh 1
ການໂອ້​ລົມ​ສົນທະນາ “​ເຊື່ອມໂຍງ​ເຂົ້າ​ກັບ​ສາກົນ - ບັນຫາ​ໜຶ່ງ
​ທີ່​ໄດ້​ວາງ​ອອກ​ສຳລັບ​ຫວຽດນາມ ນັບ​ແຕ່​ປີ 2015”
(ພາບ: hochiminhcity.gov.vn)


(vovworld) – ຕອນ​ເຊົ້າ​ວັນ​ທີ 06/02, ຢູ່​ນະຄອນ​ໂຮ່ຈິ​ມິນ, ຄະນະ​ກຳມະ​ການ​ປະຊາ​ຊົນ​ນະຄອນ ​ແລະ ກະຊວງ​ການ​ຕ່າງປະ​ເທດ ​ໄດ້​ດຳ​ເນີນ​ການ​ໂອ້​ລົມ​ສົນທະນາ “​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ - ບັນຫາ​ໜຶ່ງ​ທີ່​ໄດ້​ວາງ​ອອກ​ສຳລັບ​ຫວຽດນາມ ນັບ​ແຕ່​ປີ 2015”. ທີ່​ການ​ໂອ້​ລົມ​ສົນທະນາ, ບັນດາ​ນັກ​ປາ​ຖະ​ກະຖາ​ໄດ້​ແລກ​ປ່ຽນ​ຫຼາຍຫົວ​ຂໍ້​ກ່ຽວ​ກັບ​ການ​ຕີ​ລາຄາ​ສະພາບ​ແວດ​ລ້ອມ​ການປ້ອງ​ກັນ​ຄວາມ​ສະຫງົບ - ການ​ພັດທະນາ​ຂອງ​ຫວຽດນາມ; ການ​ເຂົ້າ​ຮ່ວມ​ຂອງ​ຫວຽດນາມ ​ໃນ​ປະຊາ​ຄົມ​ອາ​ຊຽນ ​ແລະ ບັນດາ​ການ​ເຊື່ອມ​ຕໍ່​ດ້ານ​ເສດຖະກິດຢູ່​ພາກ​ພື້ນ ​ແລະ ສາກົນ. ກ່າວ​ຄຳ​ເຫັນ​ທີ່​ການ​ໂ​ອ້ລົມ​ສົນທະນາ, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຟ້າ​ງບິ່ງ​ມິ​ງ ​ເນັ້ນ​ໜັກ​ວ່າ.

        “​ເຊື່ອ​ມ​ໂຍງ​ເຂົ້າ​ກັບ​ສາກົນ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ແຮງ ​ແລະ ມີ​ປະສິດທິ​ຜົນ, ​​​ເປັນ​ເຄື່ອງມື​ສຳຄັນ​ໃນ​ວຽກ​ງານ​ຍູ້​ແຮງ​ການ​ດຶງ​ດູດ​ການ​ລົງທຶນຂອງ​ຕ່າງປະ​ເທດ​, ຊ່ວຍ​ເຫຼືອພັດທະນາ ODA, ​ເພີ່ມ​ທະວີ​ການ​ສົ່ງ​ອອກ, ນຳ​ເຂົ້າ, ປະກອບສ່ວນ​ຊຸ​ກຍູ້​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ. ຂ້າພະ​ເຈົ້າ​ຖື​ວ່າ, ພວກ​ເຮົາ​ຕ້ອງ​ຮີບ​ເຮັ່ງ​ປະຕິບັດ​ບາງ​ວຽກ​ງານ​ຄື: ມານະ​ພະຍາຍາມ​ກວ່າ​ອີກ​ເພື່ອ​ຍູ້​ແຮງ​ການ​ປ່ຽນ​ໃໝ່​ລະບອບ​ນະ​ໂຍບາຍ, ສ້າງ​ສຳ​ເລັດ​ນະ​ໂຍບາຍ​ກົດໝາຍ, ປັບປຸງ​ກຳລັງ​ແກ່ງ​ແຍ້​ງດ້ານ​ເສດຖະກິດ…”

ຂ່າວ/ບົດ​ອື່ນ