ເພີ່ມທະວີນ້ຳໃຈມິດຕະພາບປະຊາຊົນລະຫວ່າງ ຫວຽດນາມ ແລະ ອາເມລິກາ
(vovworld) - ຕອນບ່າຍວັນທີ 29/03 ທີ່ຮ່າໂນ້ຍ, ທ່ານ ບູຍເທ໋ຢາງ ຮອງປະທານສະມາຄົມ ຫວຽດນາມ - ອາເມລິກາ ໃຫ້ການຕ້ອນຮັບຄະນະຜູ້ແທນອົງການ PeaceTrees Vietnam (PTVN - ອາເມລິກາ) ໂດຍທ່ານ Robert Stokes ອະດີດຜູ້ອຳນວຍການຝ່າຍບໍລິຫານອົງການ PTVN ເປັນຫົວໜ້າຄະນະ, ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ນັບແຕ່ວັນທີ 17 – 31/03/2017. ທ່ານ ບູຍເທ໋ຢາງ ຮອງປະທານສະມາຄົມ ຫວຽດນາມ - ອາເມລິກາ ຕີລາຄາສູງບັນດາການປະກອບສ່ວນຢ່າງຕັ້ງໜ້າຂອງອົງການ PTVN ໃນການແກ້ໄຂຜົນຮ້າຍຢ້ອນຫລັງຈາກລູກລະເບີດ, ວັດຖຸລະເບີດ, ປະຕິບັດບັນດາໂຄງການຟື້ນຟູສິ່ງແວດລ້ອມ ແລະ ປະຊາຄົມ, ໜູນຊ່ວຍບັນດາຜູ້ປະສົບເຄາະຮ້າຍຈາກລູກລະເບີດຢູ່ ຫວຽດນາມ ໃນໄລຍະຜ່ານມາ. ທ່ານ ບູຍເທ໋ຢາງ ເຊື່ອໝັ້ນວ່າ ອົງການ PTVN ຈະສືບຕໍ່ດຶງດູດຄວາມເອົາໃຈໃສ່ຂອງເພື່ອນມິດສາກົນຕື່ມອີກ ໃນການໜູນຊ່ວຍ ຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫລັງຈາກສົງຄາມ.
ສ່ວນທ່ານ Robert Stokes ໃຫ້ຮູ້ວ່າ: ຈຸດປະສົງຂອງການຢ້ຽມຢາມ ຫວຽດນາມ ໃນຄັ້ງນີ້ຂອງຄະນະແມ່ນ ເພື່ອຊອກຮູ້ກ່ຽວກັບສະພາບການ ຫວຽດນາມ, ສົມທົບກັບການລົງຢ້ຽມຢາມຕົວຈິງບັນດາໂຄງການຂອງອົງການ PTVN ເຊິ່ງພວມຜັນຂະຫຍາຍຢູ່ ຫວຽດນາມ, ແນໃສ່ປະກອບສ່ວນເພີ່ມທະວີຄວາມເຂົ້າອົກເຂົ້າໃຈ, ການພົວພັນມິດຕະພາບລະຫວ່າງປະຊາຊົນ 2 ປະເທດ ອາເມລິກາ ແລະ ຫວຽດນາມ.